ອູແນສໂກຮັບຮອງການເຫຼື້ອມໃສ ໄຫວ້ບູຊາເຈົ້າຊີວິດຮຸ່ງ

ອູແນສໂກຮັບຮອງການເຫຼື້ອມໃສ ໄຫວ້ບູຊາເຈົ້າຊີວິດຮຸ່ງ  - ảnh 1

ແຫ່​ວໍ​ໃນ​ງານ​ໄຫ້​ວບູຊາ​ເຈົ້າຊີວິດ​ຮຸ່ງ

(ພາບ:sggp.org.vn)

(vovworld) - ວັນທີ 6/12, ທີ່​ສຳນັກງານ​ອົງການ​ວັດທະນະທຳ, ວິທະຍາ​ຍາດ, ການ​ສຶກສາ​ຂອງ ສປຊ (ອູ​ແນ​ສ​ໂກ) ຢູ່​ປາຣີ ປະ​ເທດ​ຝະລັ່ງ, ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ສົນທິສັນຍາ 2003 ກ່ຽວ​ກັບ​ການອະນຸລັກ​ຮັກສາ​ວັດທະນະທຳ​ບໍ່​ມີ​ຮູ​ບຮ່າງ ​ໄດ້​ຮັບຮອງ​ການ​ເຫຼື້ອມ​ໃສ​ໄຫວ້​ບູຊາ​ເຈົ້າຊີວິດ​ຮຸ່ງ ຢູ່​ຟູ​ທໍ້-​ຫວຽດນາມ ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູ​ບຮ່າງຕາງໜ້າຂອງ​ມວນ​ມະນຸດ. ​ເປັນ​ອັນວ່າ, ປະຈຸ​ບັນ, ຢູ່​ຫວຽ​ດນາມ, ມີທັງ​ໝົດ 14 ມໍລະດົດວັດທະນະທຳ​ມີ​ຮູບ​ຮ່າງ ​ແລະ ບໍ່​ມີ​ຮູບ​ຮ່າ​ງ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ໂລກ.

   ຂໍ້​ຕົກລົງ​ຮັບຮອງ​ສຳ​ເນົາ​ເອກະ​ສານການ​ເຫຼື້ອມ​ໃສ​ໄຫວ້​ບູຊາ​ເຈົ້າຊີວິດ​ຮຸ່ງ ຂອງ​ອູ​ແນ​ສ​ໂກ ຊີ້​ແຈງ​ວ່າ: “ການ​ເຫຼື້ອມ​ໃສ​ໄຫວ້​ບູຊາ​ເຈົ້າຊີວິດ​ຮຸ່ງ“ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາລົບ​ນັບຖື​ຕໍ່​ບັນພະ​ບູລຸດ ​ແລະ ຈາກ​ນັ້ນຍົກ​ສູງຄວາມ​ເອກອ້າງ​ທະ​ນົງ​ໃຈ​ແຫ່ງ​ຊາດ ​ແລະ ຄວາມ​ສະໜິດ​ຕິດ​ພັນ​ໃນ​ວົງ​ຄະນາ​ຍາດ. ​ເລື່ອງ​ຮັບຮອງ​ການ​ເຫຼື້ອມ​ໃສ​ໄຫວ້​ບູຊາ​ເຈົ້າຊີວິດ​ຮຸ່ງ ​ເປັນມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູ​ບຮ່າງຕາງໜ້າ​ຂອງມວນ​ມະນຸ​ດ ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັບຮອງ​ຄວາມ​ສຳຄັນ​ຂອງ​ພິທີ​ໄຫ້​ວບູຊາ​ບັນພະ​ບູລຸດຢູ່​ຫຼາຍ​ປະ​ເທດ​ອື່ນ, ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ສະດວກ​​ໃນ​ການ​ຊຸກຍູ້​ຄວາມ​ເຄົາລົບ​ວັດທະນະທຳ​ຫຼາຍ​ຮູບ​ແບບ. ທ່ານ​ຟ້າ​ມກາວ​ຟອງ, ​ເລຂາທິການ​ໃຫ່ຍຄະນະ​ກຳມະການ​ອູ​ແນ​ສ​ໂກແຫ່ງ​ຊາດຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ເອກອ້າງ​ທະ​ນົງ​ໃຈ ​ແລະ ຄວາມ​ມ່ວນ​ຊື່ນ​ວ່າ:

   “​ເລື່ອງ​ໂລກ​ຮັບຮອງ​ເອົາມໍລະດົກ​ນີ້ ​ແມ່ນ​ການ​ຕີລາຄາ​ສູງ​ລັກສະນະ​ວັດທະນະທຳ​ມະນຸດ​ ຂອງ​ປະ​ເພນີ​ໄຫ້​ວບູຊາ​ບັນພະ​ບູລຸດຂອງ​ບັນດາ​ເຜົ່າ​ຫວຽດນາມ. ການ​ເຫຼື້ອມ​ໃສ​ນີ້​ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ​ຂອງບັນດາວົງ​ຄະນາ​ຍາດອີກ​ດ້ວຍ

   ກ່າ​ວຄຳ​ປາ​ໄສ​ຕໍ່ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ສົນທິສັນຍາ 2003 ພາຍຫຼັງ​ທີ່​ສຳ​ເນົາ​ເອກະສານການ​ເຫຼື້ອມ​ໃສ​ໄຫວ້​ບູຊາ​ເຈົ້າຊີວິດ​ຮຸ່ງ ​ໄດ້​ຮັບ​ການ​ຮັບຮອງ​​ຈາກ​ອູ​ແນ​ສ​ໂກ, ທ່ານ​ຮ່ວາງ​ເຢີ​ນໝາກ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຟູ​ທໍ້ ​ເນັ້ນໜັກ​ວ່າ: “ນີ້​ແມ່ນ​ຂໍ້​ຕົກລົງ​ທີ່​ມີ​ຄວາມ​ໝາຍ​ອັນ​ໃຫ່ຍຫຼວງ​ຕໍ່​ຊາດ​ຫວຽດນາມ ກ່ຽວ​ກັບ​ດ້ານ​ປະຫວັດສາດ, ວັດທະນະທຳ ​ແລະ ຈິດ​ວິນ​ຍານ ຍ້ອນ​ວ່າ ​ນັບແຕ່ພັນ​ປີ​ມາ​ນີ້,​ ການ​ເຫຼື້ອມ​ໃສ​ໄຫວ້​ບູຊາ​ເຈົ້າຊີວິດ​ຮຸ່ງ ​ແມ່ນ​ຄວາມ​ເຊື່ອຖືທີ່​ສັກກະ​ລະ​ບູຊາ, ​ແມ່ນ​ກຳລັງ​ແຮງ​ຕິດ​ພັນ​ວົງ​ຄະນາ​ຍາດ​ເຂົ້ານຳ​ກັນ, ​​ເປັນ​ທີ່​ເພີ່ງ​ທາງດ້ານ​ຈິດ​ໃຈ​ເພື່ອ​ໃຫ້​ຊາດ​ຫວຽດນາມ ສາມາດຜ່ານ​ຜ່າ​ຄວາມທຸກ​ຍາກ​ລຳບາກ, ສິ່ງ​ທ້າຍ​ທາຍ​ນາໆ​ປະການ​ຂອງ​ປະຫວັດສາດ​ເພື່ອ​ຄົງ​ຕົວ ​ແລະ ຂະຫຍາຍຕົວ“.

 

 

ຂ່າວ/ບົດ​ອື່ນ