ຮັກສາ, ເພີ່ມພູນຄຸນສ້າງ ແລະ ພັດທະນາການ ພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ລາວ

ຮັກສາ, ເພີ່ມພູນຄຸນສ້າງ ແລະ ພັດທະນາການ ພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ລາວ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ  ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ຈຸມ​ມາ​ລ​ີ ໄຊ​ຍະ​ສອນ

(vovworld) – ຮັກສາ, ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ພັດທະນາ​ການພົວພັນ​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ - ລາວ, ນີ​້ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໃນ​ການ​ພົບ​ປະ​ກັບ​ບັນດາ​ອະດີດ​ການ​ນຳ​ພັກ, ລັດ, ສະພາ​ແຫ່ງ​ຊາດ ​ແລະ ຄຳ​ເຫັນ​ທີ່ຂຽນ​ໃນ​ປື້​ມບັນທຶກ​ຢູ່​ເຂດອະນຸສອນ​ສະ​ຖານ​ອະດີດ​ປະທານ, ສະ​ເດັດ​ເຈົ້າ​ສຸພາ​ນຸວົງ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​ໃນ​ຕອນ​​ເຊົ້າ​ວັນ​ທີ 24/03.

      ທີ່​ການ​ຕ້ອນຮັບ​ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ, ທ່ານ​ອະດີດ​ປະທານ​ພັກ​ປະຊາຊົນ​ປະຕິວັດ​ລາວ, ອະດີດ​ປະທານ​ປະ​ເທດລາວ ຄ​ຳ​ໄຕ ສີ​ພັນ​ດອນ, ສະ​ເໜີ​ໃຫ​້ການ​ນຳ 2 ປະ​ເທດ​ຫວຽດນາມ - ລາວ ສືບ​ຕໍ່​ຈັດ​ຕັ້ງ​ການ​ພົບ​ປະ​ຂັ້ນ​ສູງ​ເປັນ​ປະຈຳ, ​ເພື່ອ​​ແຈ້ງ​ໃຫ້​ກັນຊາ​ບ​ສະພາບ​ການ​ຂອງ​ປະ​ເທດ​ຊາດ, ​ແບ່ງປັນ​ກ່ຽວ​ກັບ​ຫົວ​ຂໍ້​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ປະກອບສ່ວນ​ຍົກ​ສູງ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ລາວ, ​ເພີ່ມ​ພູນ​ຄຸນ​ສ້າງສາ​ຍພົວພັນ​ມິດຕະພາບ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ​ໃຫ້​ໝັ້ນຄົງ, ຂະໜົງ​ແກ່ນຕະຫຼອດ​ກາລະ​ນານ. ທ່ານ ຄ​ຳ​ໄຕ ສີ​ພັນ​ດອນ ຢືນຢັນ​ບັນດາ​ເນື້ອ​ໃນ​ຄຳ​ໝັ້ນ​ສັນຍາ​ລະຫວ່າງການ​ນຳ 2 ທ່ານ ​ຊຶ່ງໄດ້​ສະ​ແດງ​ໃຫ້​ເຫັນ​ແນວທາງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ສັດ​ຊື່, ບໍລິສຸດ​ຜຸດ​ຜ່ອງ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ສ່ວນ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ ກໍ່​ຢືນຢັນ​ວ່າ, ສະພາບ​ການ​ໂລກ ​ແລະ ພາກ​ພື້ນ​ຍັງ​ມີ​ການ​ຜັນ​ແປ​​ໄປ​ຢ່າງ​ສັບສົນ​ຫຼາຍ​ຢ່າງ, ​ແຕ່​ສາຍ​ພົວພັນ​ທີ່​ສັດ​ຊື່​ບໍລິສຸດ​ລະຫວ່າງ 2 ປະ​ເທດ ​ໄດ້​ຜ່ານ​ຜ່າ​ບັນດາ​ໄລຍະ​ປະຫວັດສາດ ຍິ່ງ​ເປັນ​ການຢືນຢັນ​ຄວາມ​ສະໜິດ​ຕິດ​ພັນ​, ​ແບ່ງ​ເປົາ​ຄວາມທຸກ​ຄວາມສຸກ ​ແລະ ຮ່ວມຊາຕະ​ກຳ​ເປັນຕາ​ຍ.

        ທີ່​ການ​ຕ້ອນຮັບ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢູ່​ເຮືອນ​ສ່ວນ​ຕົວ, ທ່ານ​ອະດີດ​ປະທານ​ສະພາ​ແຫ່ງ​ຊາດ, ອະ​ດີດຫົວໜ້າ​ຄະນະ​ຊີ້​ນຳ​ວຽກ​ງານ​ແນວ​ຄິດ, ທິດ​ສະ​ດີ ​ແລະ ວັດທະນະທຳ​ສູນ​ກາງ​ລາວ ສະໝານ ວິ​ຍາ​ເກດ, ຢືນຢັນ​ວ່າ, ​ໃນ​​ໂອກາດ​ສະ​ເຫຼີ​ມສະຫຼອງບັນດາ​​ເຫດກາ​ນປະຫວັດສາດ​ສຳຄັນ​ຂອງ​ປະ​ເທດຊາດ, ຍາມ​ໃດປະຊາຊົນ​ລາວ ກໍ່​ຈົດ​ຈຳ​ບຸນຄຸນ​ອັນ​ໃຫຍ່​ຫຼວງ​ຂອງ​ປະທານ​ໂຮ່ຈິ​ມິນ ​ແລະ ປະຊາຊົນ​ຫວຽດນາມ. ຍາມ​ໃດປະຊາຊົນ​ລາວ ກໍ່​ຈົດ​ຈຳ​ນ້ຳ​ໃຈ​ມິດ​ຕະພາບ ​ແລະ ​ໂຄສະນາ​ໃຫ້​ລຸ້ນໜຸ່ມ, ຖື​ນີ້​ແມ່ນ​ຊັບ​ສົມບັດ​ອັນ​ລຳ​ຄ່າ​ຕ້ອງ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ​ໃຫ້​ລຸ້ນຕໍ່ໆ​ໄປ.

        ຕໍ່​ຈາກ​ນັ້ນ, ທ່ານ​ປະທານ​ປະ​ເທດ ​ໄດ້​​ໄປ​ຢ້ຽມຢາມ​ເຂດ​ອະ​ນຸ​ສອນ​ສະ​ຖານປະທານ, ສະ​ເດັດ​ເຈົ້າ ​ສຸພາ​ນຸວົງ, ​ເຊິ່ງ​ເປັນ​ລູກ​ທີ່​ດີ​ເດັ່ນ​ຂ​ອງປະຊາຊົນລາວ​ບັນດາ​ເຜົ່າ​. ຂຽນ​ຄຳ​ເຫັນໃນ​ປື້ມບັນທຶກ​ຢູ່ທີ່​ນີ້, ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ, ຍາມ​ໃດ​ພັກ, ລັດ​ຫວຽດນາມ ກໍ່​ຈົດ​ຈຳ​ບັນດາ​ນ້ຳ​ໃຈ​ອັນ​ດີງາມ ​ແລະ ການ​ປະກອບ​ເຫືອ​ແຮງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະທານ ​ສຸພາ​ນຸວົງ ທີ່​ມີ​ຕໍ່​ພາລະກິດ​ຕໍ່ສູ້​ປົດ​ປ່ອຍຊາດຍາດ​ເອົາ​ເອກະ​ລາດ​ແຫ່ງ​ຊາດ​ມາ​ໃຫ້​ປະ​ເທດ​ຊາດ ​ແລະ ພາລະກິດ​ສ້າງ​ສາປະ​ເທດ​ຫວຽດນາມ; ພ້ອມກັນ​ນັ້ນ ກໍ່ພ້ອມ​ແລ້ວ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ​ພັກ, ລັດ ​ແລະ ປະຊາຊົນ​ລາວບັນດາ​ເຜົ່າ​ ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ມິດ​ຕິ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ລາວ.

   ໃນຕອນ​ບ່າຍວັນ​ທີ 24/3, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ້ນ​ຊາງ ພ້ອມ​ດ້ວຍ​ຄະ​ນະ ໄດ້​ໄປ​ຢ້ຽມ​ຢາມ​ຫໍ​ພິ​ພິ​ທະ​ພັນ ໄກ​ສອນ​ພົມ​ວິ​ຫານ ທີ່​ນະ​ຄອນຫຼວງວຽງ​ຈັນ. ຢູ່​ທີ່ນີ້ ທ່ານ ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ້ນ​ຊາງ ຢືນ​ຢັນ​ວ່າ ຫວຽດ​ນາມ​ຈະ​ພ້ອມ​ກັບ​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ - ລາວ.
    
    ແລະ ກໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ສິງ​ທຳ​ມະ​ວົງ, ພົບ​ປະ​ກັບ​ທ່ານ​ນາງ ປະ​ທານ​ສະ​ພາ​ແຫ່ງ​ຊາດ ປາ​ນີ​ ຢາ​ທໍ​ຕູ້. ທີ່​ການ​ພົບ​ປະ​ກັບ ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ສິງ​ທຳ​ມະ​ວົງ, ທ່ານ​ປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ຢືນ​ຢັນ​ວ່າ : ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ ແລະ ສືບ​ຕໍ່​ສະ​ຫງວນ​ບຸ​ລິ​ມະ​ສິດ​ຢ່າງ​ສູງ​ໃຫ້​ແກ່​ການ​ຮັກ​ສາ ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ​ທີ່​ບໍ​ລິ​ສຸດ​ຜຸດ​ຜ່ອງ ແລະ ຫາ​ຍາກ​ໃນ​ໂລກ​ລະ​ຫວ່າງ​ຫວຽດ​ນາມ​-ລາວ. 2 ຝ່າຍ​ແລກ​ປ່ຽນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ແນ​ໃສ່​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ສຳ​ລັບ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ລະ​ຫວ່າງ 2 ປະ​ເທດ ແລະ ສັນ​ຍາ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 37 ຄະ​ນະ​ກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ​-ລາວ. 2 ປະ​ເທດ​ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ປີ 2015 ໃຫ້​ບັນ​ລຸ 2 ຕື້ USD. ສ່ວນ ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ສິງ​ທຳ​ມະ​ວົງ ໝັ້ນ​ໝາຍ ຈະ​ກວດ​ກາ​ໂດຍ​ໄວ​ເພື່ອ​ຍູ້​ແຮງ​ການ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ຂອງ​ຫວຽດ​ນາມ​ຢູ່​ລາວ. 2 ຝ່າຍ​ຍັງ​ແລກ​ປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ. ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຄົ້ນ​ຄ້​ວາ​ການ​ນຳ​ໃຊ້​ແຫຼ່ງ​ນ້ຳ​ຢູ່​ແມ່​ນ້ຳ​ຂອງ​ຢ່າງ​ໝັ້ນ​ຄົງ ແລະ ມີ​ປະ​ສິດ​ທິ​ຜົນ. ທ່ານ​ປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ຢືນ​ຢັນ​ວ່າ ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ລາວ​ຮັບ​ພາ​ລະບົດ​ບາດ​ເປັນປະ​ທານ​ອາ​ຊຽນ​ໃນ​ປີ 2016 ຢ່າງ​ສຳ​ເລັດ​ຜົນ.    
     ແລະ ກໍ​ໃນຕອນ​ບ່າຍວັນ​ທີ 24/3, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ້ນ​ຊາງ ພ້ອມ​ດ້ວຍ​ຄະ​ນະ ໄດ້​ໄປ​ຢ້ຽມ​ຢາມ​ຫໍ​ພິ​ພິ​ທະ​ພັນ ໄກ​ສອນ​ພົມ​ວິ​ຫານ ທີ່​ນະ​ຄອນຫຼວງວຽງ​ຈັນ. ຢູ່​ທີ່ນີ້ ທ່ານ ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ້ນ​ຊາງ ຢືນ​ຢັນ​ວ່າ ຫວຽດ​ນາມ​ຈະ​ພ້ອມ​ກັບ​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ - ລາວ.     
    ກ່ອນໜ້ານັ້ນ, ຕອນ​ບ່າຍ​ວັນ​ທີ 23/3, ທີ່​ການ​ພົບ​ປະ​ກັບທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ້ນ​ຊາງ,ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ຈຸມ​ມາ​ລ​ີ ໄຊ​ຍະ​ສອນ ຢັ້ງ​ຢືນການ​ຢ້ຽມ​ຢາມ ລາວ ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ​ໄດ້ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູ​ນ​ເຊື້ອ, ຄວາມ​ສາ​ມັກ​ຄ​ີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ລາວ ແລະ ຫວຽດ​ນາມ ຂຶ້ນ​ສ​ູ່​ລະ​ດັບ​ສູງ​ໃໝ່. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເຊື່ອ​ໝັ້ນ​ວ່າ: ປະ​ຊາ​ຊ​ົນ ລາວ ຈະ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່ ແລະ ຈຸດ​ໝາຍ​ເຊິ່ງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 9 ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໄດ້​ວາງ​ອອກ​ຢ່າງ​ມີ​ໄຊ, ນຳ​ປະ​ເທດ​ກ້າວ​ຂຶ້ນ​ຕາມ​ເສັ້​ນ​ທາງ​ສັງ​ຄົມ​ນິຍ​ົມ. ຫວຽດ​ນາມ ສະ​ໜັບ​ສະ​ໜູນ ລາວ ປະ​ຕິ​ບັດ​ບົດ​ບາ​ດ​ເປັນ​ປະ​ທານ ອາ​ຊ​ຽນ ໃນ​ປີ 2016 ຢ່າງ​ມີ​ໄຊ.

        ການ​ນຳ​ 2 ທ່ານຢັ້ງ​ຢືນ​ສືບ​ຕໍ່​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ, ເພີ່ມ​ພຸນ​ຄຸນ​ສ້າງ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ, ຖືນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຕັດ​ສິນ​ຊີ້​ຂາດ​ຮັບ​ປະ​ກັນ​ໄຊ​ຊະ​ນະ​ຂອງ​ພາ​ລະ​ກິດ​ປະ​ຕິ​ວັດ​ຢູ່​ແຕ່​ລະ​ປະ​ເທດ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​​ສືບ​ຕໍ່​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກ່ຽວ​ກັບ​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ຜັນ​ຂະ​ຫຍາຍ​​ບັນ​ດາ​ຂໍ້​ຕົກ​ລົງ​ຂອງ​ສະ​ໄໝ​ປະ​ຊຸມ​ຄັ້ງ​ທີ 37 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ - ລາວ ຢ່າງ​ມີ​ປະ​ສິດ​ທິ​ຜົນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ປະ​ຕິ​ບັດ​ສຳ​ເລັດ​ໂຄງ​ການ​ປັກຫຼັກ​ໝາຍ​ຖີ່, ບູ​ລະ​ນະ​ປະ​ຕິ​ສັງ​ຂອນຫຼັກໝາຍ​ຊາຍ​ແດນ​ລະ​ຫວ່າງ 2 ປະ​ເທດ​ກ່ອນ​ທ້າຍ​ປີ 2015. ການ​ນຳ 2 ປະ​ເທດກໍ່​ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ສາ​ກົນ​ທີ່ພົ້ນ​ເດັ່ນ​ໃນ​ໄລ​ຍະ​ມໍ່ໆ​ມານີ້.

        ຕອນ​ຄ່ຳ​ວັນ​ດຽວ​ກັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ຈຸມ​ມາ​ລີ ໄຊ​ຍະ​ສອນ ໄດ້​ຈັດ​ງານ​ລ້ຽງ​ຢ່າງ​ສົມ​ກຽດ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ