ຮັກສາ, ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ

(VOVWORLD) - ວັນທີ 02 ກຸມພາ, ທ່ານເລຂາທິການໃຫຍ່, ນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ມີການໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ. 
ຮັກສາ, ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ - ảnh 1ວັນທີ 02 ກຸມພາ, ທ່ານ ທອງລຸນ ສີສຸລິດ ມີການໂອ້ລົມທາງໂທລະສັບກັບທ່ານ ຫງວຽນຝູຈ້ອງ  (ພາບ: baoquocte.vn)

  ທີ່ການໂອ້ລົມທາງໂທລະສັບ, ທ່ານເລຂາທິການໃຫຍ່, ນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ນຳໜ້າ, ປະຊາຊົນ ຫວຽດນາມ ຈະສືບຕໍ່ຍາດໄດ້ຜົນງານໃໝ່ຫລາຍຢ່າງ, ຍິ່ງໃຫຍ່ກ່ວາອີກໃນກິດຈະການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຢ່າງມີໄຊ, ກໍ່ສ້າງປະເທດ ຫວຽດນາມ ກາຍເປັນປະເທດຈະເລີນຮຸ່ງເຮືອງ ແລະ ວັດທະນາຖາວອນໃນກາງສະຕະວັດທີ XXI.       

         ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຢັ້ງຢືນວ່າ ກອງປະຊຸມໃຫຍ່ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ເປັນຂີດໝາຍສຳຄັນໃນວິວັດການພັດທະນາຂອງພັກ ແລະ ປະເທດ ຫວຽດນາມ; ຫວຽດນາມ ສະໜັບສະໜູນຢ່າງແຮງ ແລະ ຮອບດ້ານຕໍ່ພາລະກິດປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດ ລາວ.

   

ຕອບກັບ

ຂ່າວ/ບົດ​ອື່ນ