ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ງານ​ບຸນ​ວັດ​ທະ​ນະ​ທຳ

(VOVWORLD) - ຕອນເຊົ້າວັນທີ 11 ມີນາ, ຢູ່ແຂວງແທັງຮວາ, ໄດ້ຈັດພິທີສະເຫຼີມສະຫຼອງວັນເຖິງແກ່ມໍລະນະກຳຂອງນັກວິລະຊົນແຫ່ງຊາດ ຈ້ຽວທີ່ຈິງ ຄົບຮອບ 1775 ປີ (22/2/248 -  22/2/2023) ແລະ ພິທີຕ້ອນຮັບນາມມະຍົດ ມໍລະດົກວັດທະນະທຳບໍ່ເປັນຮູບຮ່າງຂອງຊາດ-ງານບຸນວິຫານພະນາງ ຈ້ຽວ.
ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ງານ​ບຸນ​ວັດ​ທະ​ນະ​ທຳ - ảnh 1

(ພາບປະກອບ: K.L)

     ງານບຸນວິຫານພະນາງ ຈ້ຽວ ໄດ້ຈັດຂຶ້ນເປັນປະຈຳປີເພື່ອອາໄລຫານັກສິລະຊົນ ຈ້ຽວທິຈິງ ຜູ້ທີ່ໄດ້ນຳພາ ປຊຊ ລູກຮື້ຂຶ້ນຕ້ານແອັກປົກຄອງຂອງສະໄໝ ອູ ເມື່ອປີ 248. ທ່ານ ເດົ່າແທັງຕຸ່ງ ຮອງປະທານຄະນະກຳມະການ ປຊຊ ແຂວງທັງຮວາ ໃຫ້ຮູ້ວ່າ:

     ໃນໄລຍະຈະມາເຖິງ, ວຽງານຄຸ້ມຄອງ, ຮັກສາ ແລະ ເສີມຂະຫຍາຍມູນຄ່າມໍລະດົກແຫ່ງຊາດພິເສດ ແລະ ງານບຸນ ມໍລະດົກແຫ່ງຊາດ ວິຫານພະນາງຈ້ຽວ ຈະສືບຕໍ່ໄດ້ຮັບການຮັກສາ, ເພີ່ມພູນຄູນສ້າງ, ສືບທອດ ແລະ ສະໜິດຕິດພັນກັນຢ່າງແໜ້ນແຝ້ນກ່ວາອີກ ລະຫວ່າງການອະນຸລັກຮັກສາມໍລະດົກວັດທະນະທຳ ກັບການພັດທະນາເສດຖະກິດ, ການມທ່ອງທ່ຽວ, ປະກອບສ່ວນແນະນຳບັນດາຄຸນຄ່າດ້ານປະຫວັດສາດ, ວັດທະນະທຳອັນດີງາມຂອງເຂດດິນແດນ ແລະ ຊາວ ແທັງຮວາ ໃຫ້ເພື່ອນມິດຢູ່ພາຍໃນ ແລະ ຕ່າງປະເທດ.

  ໃນຕອນເຊົ້າຂອງວັນດຽວກັນ, ຢູ່ແຂວງເຊີນລາ, ໄດ້ຈັດກອງປະຊຸມສຳມະນາ ແລະ ເສີມຂະຫຍາຍສີສັນວັດທະນະທຳບັນດາຊົນເຜົ່າ ຊື່ງແມ່ນເດການເບີດຊາກງານບຸນດອກບານປີ 2023. ນະທີ່ນີ້, ນັກສິປະກອນ ຮ່ວາງທິມາຍ, ຜູ້ທີ່ມີຄວາມສຸດຈິດສຸດໃຈກັບການຮັກສາ, ສອນບັນດາທຳນອງເພງພື້ນເມືອງຊາວເຜົ່າໄທ ແບ່ງປັນວ່າ:

  ຂ້າພະເຈົ້າແມ່ນຊາວເຜົ່າໄທດຳ ໄດ້ຮັບການກຳເນີດ ແລະ ເຕີບໂຫ່ຍຢູ່ ເຊີນລາ ສະນັ້ນຈຶ່ງເຂົ້າໃຈໜັງສື ແລະ ບັນດາທຳນອງເພັງຂອງຊົນເຜົ່າຕົນທີ່ສຸດ. ປີນີ້ ຂ້າພະເຈົ້າມີອາຍຸ 75 ປີແລ້ວ ແລະ ຮູ້ຂັບເພັງພື້ນເມືອງນັບແຕ່ເມື່ອອາຍຸ 6 ປີ. ນັບແຕ່ປີ 2013 ມາຮອດປະຈຸບັນ, ຂ້າພະເຈົ້າໄດ້ເປີດຫ້ອງຮຽນສອນພາສາຊົນເຜົ່າໄທໃຫ້ແກ່ຫຼາຍຄົນ ແລະ ຫວັງວ່າຈະມີຫຼາຍຫ້ອງຮຽນສອນພາສາ, ທຳນອງເພັງພື້ນເມືອງຕື່ມອີກເພື່ອສາມາດຮັກສາວັດທະນະທຳຂອງຊົນເຜົ່າຕະຫຼອດໄປ.

    ກ່ອນໜ້ານັ້ນ, ຄືໃນວັນທີ 10 ມີນາ, ຢູ່ເຂດທ່ອງທ່ຽວຊີວະພາບ ກົງເຈີ່ຍດົງຢາງ, ແຂວງກວາງນາມ, ໄດ້ໄຂງານບຸນລະດູບານໃໝ່ ກົງເຈີ່ຍດົງຢາງ ຄັ້ງທີ 1 ປີ 2023 ຊື່ງຈະຈັດຂຶ້ນແຕ່ວັນທີ 10-23 ມີນາ ດ້ວຍການເຄື່ອນໄຫວຕ່າງໆທີ່ເຕັມໄປດ້ວຍສີສັນວັດທະນະທຳທ້ອງຖິ່ນ ແລະ ມຮການເຂົາຮ່ວມຂອງນັກສີລະປະກອນຊາວເຜົ່າ ເກີຕູ ນັບສີບຄົນຢູ່ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ