ຮັກສາການນາຍົກລັດຖະມົນຕີນິວຊີແລນ: ການຫັນເປັນການທະຫານຢູ່ທະເລຕາເວັນອອກແມ່ນກີດຂວາງການໄປມາຢ່າງເສລີ

(VOVWORLD) -ໃນການຕອບສຳພາດວິທະຍຸກະຈາຍສຽງ ABC ອົດສະຕາລີ ໃນຕອນເຊົ້າວັນທີ 10 ກໍລະກົດ, ຜູ້ຮັກສາການນາຍົກລັດຖະມົນຕີນິວຊີແລນ ແລະ ທັງເປັນລັດຖະມົນຕີການຕ່າງປະເທດຂອງປະເທດນີ້ ທ່ານ Winston Peters, ຢືນຢັນວ່າ

ຮັກສາການນາຍົກລັດຖະມົນຕີນິວຊີແລນ: ການຫັນເປັນການທະຫານຢູ່ທະເລຕາເວັນອອກແມ່ນກີດຂວາງການໄປມາຢ່າງເສລີ - ảnh 1ທ່ານ Winston Peters ຜູ້ຮັກສາການນາຍົກລັດຖະມົນຕີ ແລະ

ທັງເປັນລັດຖະມົນຕີການຕ່າງປະເທດນິວຊີແລນ

(ພາບ: Stuff)

ການເຫັນເປັນການທະຫານຢູ່ທະເລຕາເວັນອອກ ໄດ້ສົ່ງຜົນສະທ້ອນບໍ່ດີຕໍ່ພາກພື້ນ. ທ່ານ Winston Peters ໃຫ້ຮູ້ວ່າ, ນິວຊີແລນ ແລະ ປາດຖະໜາຢາກເຈລະຈາຢ່າງກົງໄປກົງມາ ເມື່ອຄັດຄ້ານການກະທຳຂອງຈີນ ຢູ່ທະເລຕາເວັນອອກ  ແລະ ຢືນຢັນວ່າ ນັ້ນແມ່ນການກະທຳບໍ່ເຄົາລົບບັນດາຂໍ້ກຳນົດຂອງກົດໝາຍສາກົນ ໃນຖະແຫຼງການກ່ຽວກັບຍຸດທະສາດປ້ອງກັນຊາດ ທີ່ຫາກໍ່ປະກາດໃຊ້.

        “ຂ້າພະເຈົ້າບໍ່ເຊື່ອໝັ້ນວ່າ ເລື່ອງຫັນເປັນການທະຫານຢູ່ທະເລຕາເວັນອອກ ເປັນວຽກງານທີ່ດີສຳລັບພາກພື້ນ ແລະ ມັນສົ່ງຜົນສະທ້ອນຫຼາຍຢ່າງເຖິງນິວຊີແລນ. ຂ້າພະເຈົ້າເຊື່ອໝັ້ນວ່າ, ບັນດາປະເທດຄວນເຄົາລົບທຸກຂໍ້ກຳນົດ ແລະ ກົດໝາຍສາກົນ ເພື່ອຮັບປະກັນວ່າ ໂລກນີ້ມີຄວາມປອດໄພ ແລະ ມີຄວາມໝັ້ນຄົງກວ່າ. ຂ້າພະເຈົ້າບໍ່ຢາກເຫັນສິດເສລີໃນການໄປມາຢູ່ເຂດທະເລສາກົນຖືກກີດຂວາງ. ສິ່ງດັ່ງກ່າວໄດ້ກໍ່ໃຫ້ເກີດຜົນສະທ້ອນຫຼາຍຢ່າງ ແລະ ນີ້ແມ່ນຜົນສະທ້ອນຢ່າງຮ້າຍແຮງທີ່ສຸດເມື່ອຈີນ ຫັນເປັນການທະຫານຢູ່ທະເລຕາເວັນອອກ”.

        ທ່ານ Winston Peters ໃຫ້ຮູ້ວ່າ, ນິວຊີແລນ ຈະເພີ່ມທະວີການຮ່ວມມືກັບບັນດາປະເທດໃນພາກພື້ນ ເພື່ອແນໃສ່ຮັກສາຄວາມໝັ້ນຄົງ, ຄວາມປອດໄພຢູ່ປາຊີຟິກ, ໃນນັ້ນ ອົດສະຕາລີອາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ