ຮັກສາຄວາມສະຫງົບ ດ້ານການເມືອງ, ເພີ່ມທະວີການພັດທະນາດ້ານເສດຖະກິດສັງຄົມເຂດຕາເວັນຕົກພາກໃຕ້

ຮັກສາຄວາມສະຫງົບ ດ້ານການເມືອງ, ເພີ່ມທະວີການພັດທະນາດ້ານເສດຖະກິດສັງຄົມເຂດຕາເວັນຕົກພາກໃຕ້ - ảnh 1
(ທ່າ​ນລັດຖະມົນຕີກະຊວງ​ຕຳຫຼວດ ​ເຈີ່ນ​ດ້າຍ​ກວາງ)

(vovworld) –  ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກົມປ້ອງ​ກັນ​ຄວາມສະຫງົບເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຂອງ​ຫວຽດນາມ, ​ເຊິ່ງຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 09/08, ຢູ່​ນະຄອນ ​ເກີນ​ເທີ. ​ໃນ​ໄລຍະ 10 ປີຜ່ານມາ, ພະນັກງານ, ນັກຮົບ​ກົມປ້ອງ​ກັນ​ຄວາມສະຫງົບເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຂອງ​ຫວຽດນາມ ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ອົງອາດ​ກ້າຫານ, ຕໍ່ສູ້​ຕ້ານ​ກົນອຸບາຍ, ການ​ເຄື່ອນ​ໄຫວ​ຕ້ານ​ລັດ​ຂອງ​ບັນດາອິດທິ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ; ປະຕິບັດ​ບັນດາ​ນະ​ໂຍບາຍ​ຊົນ​ເຜົ່າ, ສາສະໜາ, ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ… ຜ່ານ​ນັ້ນ ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​​ແຫ່ງ​ຊາດ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​​ສັງຄົມ, ຮັບ​ໃຊ້​​ໜ້າ​ທີ່​ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ ​ແລະ ການ​ພົວພັນຕ່າງປະ​ເທດ​ຂອງເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຂອງ​ຫວຽດນາມຢ່າງ​ຕັ້ງ​ໜ້າ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່າ​ນລັດຖະມົນຕີກະຊວງ​ຕຳຫຼວດ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ຮຽກຮ້ອງ​ວ່າ.

        “ປະຕິບັດ​ບັນດາ​ບັນຫາ​ຊົນ​ເຜົ່າ, ສາສະໜາ​ເປັນ​ຢ່າງ​ດີ. ຈັດ​ຕັ້ງ​ການ​ໂຄສະນາ, ຂົນຂວາຍ​ໝູ່​ມະຫາຊົນ, ຍາດ​ແຍ່ງ​ການ​ສະໜັບສະໜູນ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປະຊາຊົນ​ບັນດາ​ເຜົ່າ, ​ໂດຍ​ສະ​ເພາະ​ແມ່ນ​ປະຊາຊົນ​ເຜົ່າຂະ​​​ແມ ​ໃນ​ການ​ຄົ້ນພົບ​, ຕໍ່​ສູ້​ກັບບັດດາ​ກົນອຸບາຍ, ການ​ເຄື່ອນ​ໄຫວ​ຕ້ານ​ທຳລາຍ​ຂອງ​ບັນດາ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ. ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ປັບປຸງ​ລະບົບ​ການ​ເມືອງ​ໃຫ​້ໝັ້ນ​ຄົງ, ປະຕິບັດ​ບັນດາ​ໜ້າ​ທີ່​ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ ​ແລະ ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມຢ່າງ​ມີ​ປະສິດທິຜົນ​​. ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອງ​ຢູ່​ເຂດ​ຊາຍ​ແດນ ​ແລະ ບັນດ​າດ່ານ​ຊາຍ​ແດນ. ຮັບ​ໃຊ້​ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ຫວຽດນາມ - ກຳປູ​ເຈຍ. ​ເປີດ​ກວ້າງ​ການ​ຮ່ວມ​ມື​ສາກົນ, ​ເປັນ​ເຈົ້າ​ການ​ສົມທົບ​ກັບ​ບັນດາ​ອົງການ​ທີ່​ມີໜ້າ​ທີ່​ກຳປູ​ເຈຍ ​ໃນ​ການ​ຕໍ່ສູ້, ປ້ອງ​ກັນ​ຕ້ານ​ອາດຊະຍາ​ກຳ, ປົກ​ປັກ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ; ຕໍ່ສູ້ ​ແລະ ທັບ​ມ້າງ​ບັນດາ​ການ​ເຄື່ອນ​ໄຫວຂອງ​ພວກ​ເປັນ​ປໍ​ລະ​ປັກ ທີ່​ສວຍ​ໃຊ້​ບໍ່ລິ​ເວັນ​ຕ່າງປະ​ເທດ​​ເພື່ອຕ້ານ​ລັດ​ຫວຽດນາມ.”

ຂ່າວ/ບົດ​ອື່ນ