ຮັກສາຄວາມໝັ້ນຄົງດ້ານເສດຖະກິດມະຫາພາກ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະດວກ

(VOVWORLD) -“ຮັກສາຄວາມໝັ້ນຄົງດ້ານເສດຖະກິດມະຫາພາກ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການຜະລິດດຳເນີນທຸລະກິດ, ຊຸກຍູ້ການພັດທະນາທີ່ວອງໄວ ແລະ ຍືນຍົງ” ແມ່ນຫົວຂໍ້ບົດຂຽນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ທີ່ໄດ້ຄັດສະເໜີໃນບັນດາໜັງສືພິມ ສະບັບອອກໃນວັນທີ 01 ມີນາ.

ໃນບົດຂຽນ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ຮັກສາຄວາມໝັ້ນຄົງດ້ານເສດຖະກິດມະຫາພາກແມ່ນຄວາມຮຽກຮ້ອງຕ້ອງການທີ່ສຳຄັນ ແລະ ຕະຫລອດການໃນການພັດທະນາເສດຖະກິດການຕະຫລາດ ຕາມການກຳນົດທິດສັງຄົມນິຍົມ. ດັ່ງນັ້ນ, ຫວຽດນາມ ຄວນສືບຕໍ່ມານະພະຍາຍາມສູ້ຊົນສ້າງພື້ນຖານມະຫາພາກໃຫ້ໝັ້ນຄົງເຂັ້ມແຂງກ່ວາໃນປີ 2018 ແລະ ຊຸມປີຕໍ່ໄປ, ສ້າງສະພາບແວດລ້ອມ ແລະ ເງື່ອນໄຂສະດວກ ຊຸກຍູ້ການຜະລິດດຳເນີນທຸລະກິດ, ປະກອບສ່ວນປະຕິບັດບັນດາຄາດໝາຍ, ໜ້າທີ່ໃນການພັດທະນາເສດຖະກິດ - ສັງຄົມປີ 2018 ແລະ ໄລຍະ5 ປີ 2016 – 2020 ຕາມບັນດາມະຕິຂອງພັກ ແລະ ສະພາແຫ່ງຊາດຢ່າງມີໄຊ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກເຖິງຄວາມໝາຍ ແລະ ບົດບາດສຳຄັນຂອງຄວາມໝັ້ນຄົງດ້ານເສດຖະກິດມະຫາພາກ, ພ້ອມທັງ ຢັ້ງຢືນວ່າ ນີ້ແມ່ນຄາດໝາຍຕະຫລອດການ, ໄດ້ຮັບບຸລິມະສິດແຖວໜ້າ ແລະ ແມ່ນໜຶ່ງໃນບັນດາຄວາມຮຽກຮ້ອງທີ່ມີລັກສະນະຫຼັກການ ສຳລັບລັດໃນການຄຸ້ມຄອງ, ບໍລິຫານພື້ນຖານເສດຖະກິດ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຊີ້ແຈ້ງທັດສະນະຕົ້ນຕໍກ່ຽວກັບການບໍລິຫານເສດຖະກິດມະຫາພາກຂອງລັດຖະບານໃນໄລຍະຈະມາເຖິງ ນັ້ນແມ່ນ: ບໍລິຫານຢ່າງຂ້ຽວຂາດ, ເປັນເຈົ້າການ, ມີໄຫວພິບ, ສົມທົບກັນຢ່າງກົມກຽວ ແລະ ຄົບຊຸດລະຫວ່າງບັນດາເຄື່ອງມືນະໂຍບາຍ ເພື່ອຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດມະຫາພາກ, ສູ້ຊົນໃຫ້ການເຕີບໂຕໃນປີ 2018 ສູງກ່ວາປີ 2017 ແລະ ສ້າງພື້ນຖານໃຫ້ການເຕີບໂຕໃຫ້ໄວ, ຍືນຍົງກ່ວາໃນຊຸມປີຕໍ່ໄປ.

        ທ່ານນາຍົກລັດຖະມົນຕີຖືວ່າ: ໃນໄລຍະຈະມາເຖິງ, ຫວຽດນາມ ຄວນສຸມໃສ່ປະຕິບັດບາງການກຳນົດທິດນະໂຍບາຍ, ມາດຕະການທີ່ມີຈຸດສຸມ. ພ້ອມກັນນັ້ນ, ກໍ່ປຸກລະດົມ, ນຳໃຊ້ບັນດາການໜູນຊ່ວຍດ້ານເຕັກນິກ, ຖອດຖອນບົດຮຽນກັບສາກົນຢ່າງມີປະສິດທິຜົນ; ເພີ່ມທະວີກຳລັງຄວາມສາມາດໃນການໄຈ້ແຍກ, ຄາດຄະເນກ່ຽວກັບເສດຖະກິດມະຫາພາກ; ຍົກສູງຄຸນນະພາບວຽກງານປະສານນະໂຍບາຍຢ່າງຮອບດ້ານ.

        ຕາມທ່ານນາຍົກລັດຖະມົນຕີແລ້ວ ດ້ວຍສັນຍານດີຫລາຍຢ່າງຈາກສາກົນ ແລະ ພາຍໃນປະເທດ, ຄາດຄະເນວ່າ ເສດຖະກິດມະຫາພາກ ແລະ ການເຕີບໂຕໃນປີ 2018 ຈະສືບຕໍ່ຫັນປ່ຽນຢ່າງຕັ້ງໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ