ຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກເພື່ອພັດທະນາເສດຖະກິດ-ສັງຄົມ

ຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກເພື່ອພັດທະນາເສດຖະກິດ-ສັງຄົມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ຢຸງ (ພາບ: NhatBac)

(vovworld) –​​ ຕອນ​ບ່າຍ​ວັນ​ທີ 25/8, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ຢຸງ ​ເປັນ​ປະທານ​ກອງ​ປະຊຸມ​ຄະນະປະຈຳ​ລັດຖະບານ ​ແລະ ບາງ​ກະຊວງ, ຂະ​ແໜງ​ການ​ທີ່ມີ​ພາລະ​ໜ້າ​ທີ່ ​ເພື່ອຕີ​ລາຄາ​ກ່ຽວ​ກັບການ​ຜັນ​ແປ​ຂອງ​ເສດຖະກິດ​ໂລກ​ໃນ​ເວລາ​ມໍ່ໆ​ມາ​ນີ້ ຊຶ່ງ​ໄດ້ມີ​ຜົນ​ກະທົບ​ຕໍ່​ພື້ນຖານ​ເສດຖະກິດ ຫວຽດນາມ. ພ້ອມ​ທັງ ​ເປັນ​ເຈົ້າ​ການ​ຍົກ​ອອກ​ບັນດາ​ມາດ​ຕະການ​ນະ​ໂຍບາຍ ​ເພື່ອ​ແນ​ໃສ່​ຈຳກັດ​ບັນດາ​ຜົນ​ກະທົບ​ທີ່​ຫຍໍ້​ທໍ້​​ໃນ​ລະດັບຕຳ່​ສຸດ, ຂຸດ​ຄົ້ນ​ບັນດາ​ດ້ານ​ດີ​ມີ​ຄວາມສະດວກ​, ຮັກສາ​ສະຖຽນ​ລະ​ພາບທາງ​ດ້ານ​ເສດຖະກິດ​ມະຫາ​ພາກ, ສູ້​ຊົນ​ບັນລຸ​ ​ແລະ ລື່ນກາຍ​ບັນດາ​ຈຸດໝາຍ, ຄາດໝາຍ​ການ​ພັດທະນາ​ເສດຖະກິດ - ສັງຄົມທີ່​ໄດ້​ວາງ​ອອກ. ກ່າວ​ຄຳ​ເຫັນ​ສະ​ຫລຸບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຖື​ວ່າ: ​ເສດຖະກິດ ​ໃນພາກ​ພື້ນ ​ແລະ ​ໂລກ ພວມມີ​ບັນດາ​ການ​ຜັນ​ແປທີ່​ຍາກ​ຈະ​ຄາດ​ຄະ​ເນ​ໄວ້​ລວງ​ໜ້າ ແລະ ມີ​ຜົນ​ກະທົບ​ຕໍ່ ຫວຽດນາມ. ຖ້າ​ຫາກ​ບໍ່​ກຳ​ແໜ້ນ, ຮັບ​ມື​ບໍ່​ດີ, ບໍ່​ທັນ​ການ ​ແລະ ບໍ່​ເປັນ​ເຈົ້າ​ການ ຈະ​ພາ​ໃຫ້ ຫວຽດນາມ ບໍ່​ພຽງ​ແຕ່​ ບໍ່ສາມາດຮັບ​ມື, ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ໄດ້​ເທົ່ນນັ້ນ ຫາກ​ຍັງ​ບໍ່​ສາມາດ​ນຳ​​ໃຊ້​ໄດ້​ກາລະ​ໂອກາດ​ໃໝ່ຕ່າງ​. ທ່ານ​ນາ​ຍົກ​ບລັດ​ທະ​ມົນຕີ ຫງວຽນ​ເຕີ໋ນຢຸງ ຊີ້ນຳບັນດາ​ກະຊວງ, ຂະ​​ແໜງ​ການທີ່ມີພາລະ​ໜ້າ​ທີ່ ສືບ​ຕໍ່​ຕິດຕາມ​ການ​ຜັນ​ແປ​ສະພາບ​ການ, ​ໄຈ້​ແຍກ, ຍົກ​ອອກ​ບັນດາ​ມາດ​ຕະການ, ນະ​ໂຍບາຍຢ່າງທັນ​ການ, ​ເໝາະ​ສົມ, ນັບ​ທັງ​​ໃນບັນດາ​ກໍລະນີບໍ່​ຊົ່ວຮ້າຍ​ທີ່​ສຸດ.

 

ຂ່າວ/ບົດ​ອື່ນ