ຮັກ​ສາ​ເປົ້າ​ໝາຍຮັກ​ສາ​ສະ​ຖຽນ​ລະ​ພາບ​ເສດ​ຖະ​ກິດ​ມະ​ຫາ​ພາກ

(VOVWORLD) -ທີ່ກອງປະຊຸມ, ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຂໍ້ສັງເກດວ່າ: ໃນໄລຍະ 6 ເດືອນທີ່ຜ່ານມາ, ໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນນັ້ນ, ລັດຖະບານ ໄດ້ມີບັນດາບາດກ້າວ ແລະ ວິທີການທີ່ຖືກຕ້ອງ, ຈຳກັດໄດ້ການແຜ່ລະບາດຂອງໂລກລະບາດໂຄວິດ - 19, ພ້ອມທັງຮັກສາການເຕີບໂຕເປັນບວກຂອງພື້ນເສດຖະກິດ. 
ຮັກ​ສາ​ເປົ້າ​ໝາຍຮັກ​ສາ​ສະ​ຖຽນ​ລະ​ພາບ​ເສດ​ຖະ​ກິດ​ມະ​ຫາ​ພາກ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວື່ອງດິ່ງເຫ້ວກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ສືບຕໍ່ໂຄງການກອງປະຊຸມຄັ້ງທີ 57, ຕອນເຊົ້າວັນທີ 15 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ບົດລາຍງານຕີລາຄາ ໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ ສັງຄົມ ແລະ ງົບປະມານແຫ່ງລັດ ໄລຍະ 6 ເດືອນຕົ້ນປີ ແລະ ບັນດາວິທີການປະຕິບັດແຜນການພັດທະນາເສດຖະກິດ ສັງຄົມ, ງົບປະມານແຫ່ງລັດ ໄລຍະ 6 ເດືອນທ້າຍປີ 2021.

        ທີ່ກອງປະຊຸມ, ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຂໍ້ສັງເກດວ່າ: ໃນໄລຍະ 6 ເດືອນທີ່ຜ່ານມາ, ໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນນັ້ນ, ລັດຖະບານ ໄດ້ມີບັນດາບາດກ້າວ ແລະ ວິທີການທີ່ຖືກຕ້ອງ, ຈຳກັດໄດ້ການແຜ່ລະບາດຂອງໂລກລະບາດໂຄວິດ - 19, ພ້ອມທັງຮັກສາການເຕີບໂຕເປັນບວກຂອງພື້ນເສດຖະກິດ. ເຖິງຢ່າງໃດກໍ່ຕາມ, ປັດຈຸບັນ, ໂລກລະບາດຍັງມີການຜັນແປ່ຢ່າງສັບສົນ, ໃນຂະນະທີ່ຕ້ອງປະຕິບັດເປົ້າໝາຍຄວບຄູ່ແມ່ນ “ທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ທັງພັດທະນາເສດຖະກິດ”. ທ່ານ ໂດບາຕິ ຮອງປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ:

        ຂ້າພະເຈົ້າສະເໜີໃຫ້ຕີລາຄາຕື່ມອີກ ການຜັນຂະຫຍາຍບ້ວງເງິນໜູນຊ່ວຍ 62 ພັນ ຕື້ ຕາມມະຕິເລກທີ 42 ຂອງລັດຖະບານ ໃຫ້ແກ່ ປະຊາຊົນປະສົບກັບຄວາມຫຍຸ້ງຍາກ ຈາກໂລກລະບາດໂຄວິດ - 19, ນີ້ແມ່ນເນື້ອໃນທີ່ມີຄວາມສຳຄັນພິເສດ. ເຖິງຢ່າງໃດກໍ່ຕາມ, ຕາມບົດລາຍງານພື້ນຖານ, ພວກເຮົາຍັງບໍ່ທັນບັນລຸໄດ້ເປົ້າໝາຍເທື່ອ, ມີເນື້ອໃນບັນລຸໄດ້ພຽງແຕ່ 0,26% ຂອບຂະໜາດການໜູນຊ່ວຍ. ບັນຫານີ້ຕ້ອງໄດ້ຮັບການຕີລາຄາຢ່າງລະອຽດ ແລະ ແຈ້ງກ່ວາ ຈາກພວມເຮົາ. 

ຕອບກັບ

ຂ່າວ/ບົດ​ອື່ນ