ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ບຸລິມະສິດຊຸກຍູ້ການເຕີບໂຕ, ຮັບປະກັນບັນດາຄວາມສົມດຸນຂອງພື້ນຖານເສດຖະກິດ

(VOVWORLD) - ລັດຖະບານ ຮຽກຮ້ອງໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນປະທານ, ສົມທົບກັບບັນດາອົງການ, ທ້ອງຖິ່ນ ຍື່ນສະເໜີຕໍ່ລັດຖະບານກ່ອນວັນທີ 25 ພຶດສະພາ ເພື່ອພິຈາລະນາ...
ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ບຸລິມະສິດຊຸກຍູ້ການເຕີບໂຕ, ຮັບປະກັນບັນດາຄວາມສົມດຸນຂອງພື້ນຖານເສດຖະກິດ - ảnh 1ພາບປະກອບ

ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ບຸລິມະສິດຊຸກຍູ້ການເຕີບໂຕ, ຮັບປະກັນບັນດາຄວາມສົມດຸນຂອງພື້ນຖານເສດຖະກິດ - ນີ້ແມ່ນຄຳຮຽກຮ້ອງຂອງລັດຖະບານ ຫວຽດນາມ ຕໍ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໃນມະຕິກ່ຽວກັບກອງປະຊຸມລັດຖະບານປະຈຳເດືອນ ເມສາ 2023 ເຊິ່ງໄດ້ປະກາດໃຊ້ໃນວັນທີ 8 ພຶດສະພາ. ລັດຖະບານ ກໍ່ຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສູ້ຊົນບັນລຸເປົ້າໝາຍ, ມາດຖານ, ໜ້າທີ່ແຜນການປີ 2023 ທີ່ໄດ້ວາງອອກໃຫ້ບັນລຸໝາກຜົນສູງສຸດ; ສືບຕໍ່ເອົາໃຈໃສ່, ສຸມໃສ່ຜັນຂະຫຍາຍບັນດານະໂຍບາຍຫລຸດຜ່ອນຄວາມທຸກຍາກ, ຮັບປະກັນຊີວິດສັງຄົມ, ໜູນຊ່ວຍຄົນທຸກຍາກ ແລະ ເປົ້າໝາຍນະໂຍບາຍ, ປົກປ້ອງເດັກ; ສືບຕໍ່ຍູ້ແຮງການປະຕິຮູບການບໍລິຫານ; ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ; ຊຸກຍູ້ການຫັນເປັນດີຈີຕອນໃນບັນດາຂົງເຂດຢ່າງແຮງ.

        ໃນມະຕິ, ລັດຖະບານ ຮຽກຮ້ອງໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນປະທານ, ສົມທົບກັບບັນດາອົງການ, ທ້ອງຖິ່ນ ຍື່ນສະເໜີຕໍ່ລັດຖະບານກ່ອນວັນທີ 25 ພຶດສະພາ ເພື່ອພິຈາລະນາ, ປະກາດໃຊ້ມະຕິກ່ຽວກັບບັນດາໜ້າທີ່, ມາດຕະການແກ້ໄຂຄວາມຫຍຸ້ງຍາກສຳລັບການຜະລິດ, ດຳເນີນທຸລະກິດ, ກວດກາ, ເປັນເສນາທິການໃຫ້ແກ່ການປັບປຸງກົນໄກ, ນະໂຍບາຍບຸລິມະສິດ, ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດໃນເງື່ອນໄຂຈັດວາງລະດັບພາສີອາກອນພື້ນຖານທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ