ຮຸງ​ກາ​ຣີ ຖືກປັບ​ໄໝຈຳ​ນວນ​ເງິນ 200 ລ້ານ​ເອີ​ໂຣ ຍ້ອນ​ບໍ່​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດຂອງ EU ກ່ຽວ​ກັບ​ການ​ລີ້​ໄພ

(VOVWORLD) - ວັນທີ 13 ມິຖຸນາ, ສານຍຸຕິທຳເອີຣົບ (ECJ) ໄດ້ຮຽກຮ້ອງໃຫ້ ຮຸງກາຣີ ຕ້ອງຈ່າຍເງິນຈຳນວນ 200 ລ້ານເອີໂຣ (216 ລ້ານ USD) ຍ້ອນບໍ່ປະຕິບັດຕາມຂໍ້ກຳນົດກ່ຽວກັບການລີ້ໄພຂອງກຸ່ມ ແລະ ປັບໄໝຕື່ມອີກ 1 ລ້ານ ເອີໂຣຕໍ່ວັນ (1,08 ລ້ານ USD ຕໍ່ວັນ) ຍ້ອນຈ່າຍເງິນຊ້າ.
ຮຸງ​ກາ​ຣີ ຖືກປັບ​ໄໝຈຳ​ນວນ​ເງິນ 200 ລ້ານ​ເອີ​ໂຣ ຍ້ອນ​ບໍ່​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດຂອງ EU  ກ່ຽວ​ກັບ​ການ​ລີ້​ໄພ - ảnh 1ຮຸງກາຣີ ສ້າງກຳແພງຊາຍແດນ ຕ້ານຊາວລີ້ໄພ (ພາບ: TTXVN)

        ກ່ອນໜ້ານັ້ນ, ໃນເດືອນທັນວາ 2020, ສານໄດ້ອອກຄຳພິພາກສາວ່າ ຮຸງກາຣີ ບໍ່ປະຕິບັດຕາມນະໂຍບາຍຂອງກຸ່ມກ່ຽວກັບການມອບສິດປົກປ້ອງສາກົນເມື່ອສ້າງກຳແພງຊາຍແດນ ແລະ ມອບສົ່ງຜູ້ອົບພະຍົບແບບຜິດກົດໝາຍ. ຄະນະກຳມະການເອີຣົບ (EC) ໄດ້ຟ້ອງຂຶ້ນສານ ເພື່ອແນໃສ່ຊອກຫາບັນດາມາດຕະການລົງໂທດດ້ານການເງິນ.

        ຖະແຫຼງການຂອງ ECJ ໄດ້ຊີ້ແຈ້ງວ່າ ຮຸງກາຣີ ບໍ່ປະຕິບັດບັນດາມາດຕະການຈຳເປັນເພື່ອປະຕິບັດຄຳພິພາກສາໃນປີ 2020, ຕັ້ງໃຈຫຼີກລ້ຽງການປະຕິບັດນະໂຍບາຍລວມຂອງສະຫະພາບເອີຣົບ (EU) ເວົ້າລວມ, ລະເມີດຂໍ້ກຳນົດກົດໝາຍຂອງກຸ່ມຢ່າງຮ້າຍແຮງ. ໂຄສົກຂອງສານໃຫ້ຮູ້ວ່າ ຈຳນວນເງິນປັບໄໝເພີ່ມເຕີມ 1 ລ້ານເອີໂຣ/ວັນ ຈະເລີ່ມປະຕິບັດນັບແຕ່ວັນທີ 13 ມິຖຸນາ.


ຕອບກັບ

ຂ່າວ/ບົດ​ອື່ນ