ຮຸງກາຣີ ແລະ ຕວກກີ ສະໜັບສະໜູນ ແຟງລັງ ເຂົ້າເປັນສະມາຊິກ NATO

(VOVWORLD) -ພັກກຳອຳນາດ Fidesz ກວມເອົາທີ່ນັ່ງສ່ວນຫຼາຍຢູ່ອົງການນິຕິບັນຍັດ ຮຸງກາຣີ ຈະເຫັນດີການສະໜັບສະໜູນ ແຟງລັງ ເຂົ້າເປັນສະມາຊິກ NATO

        ວັນທີ 17 ມີນາ, ການນຳພັກກຳອຳນາດ ຮຸງກາຣີ ໃຫ້ຮູ້ວ່າ, ອົງການນິຕິບັນຍັດຂອງປະເທດນີ້ຈະປ່ອນບັດໃຫ້ສັດຕະຍາບັນເລື່ອງ ແຟງລັງ ຂໍເຂົ້າເປັນສະມາຊິກ ອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) ໃນວັນທີ 27 ມີນາ ຈະມາເຖິງ. ພັກກຳອຳນາດ Fidesz ກວມເອົາທີ່ນັ່ງສ່ວນຫຼາຍຢູ່ອົງການນິຕິບັນຍັດ ຮຸງກາຣີ ຈະເຫັນດີການສະໜັບສະໜູນ ແຟງລັງ ເຂົ້າເປັນສະມາຊິກ NATO, ເຖິງຢ່າງໃດກໍ່ຕາມ, ທ່ານ Mate Kocsis, ການນຳພັກ Fidesz  ໃຫ້ຮູ້ວ່າ ບັນດາສະມາຊິກຂອງພັກນີ້ຈະຕົກລົງເລື່ອງ ຊູແອັດ ເຂົ້າເປັນສະມາຊິກ NATO ຕາມຫຼັງ, ແຕ່ບໍ່ກ່າວແຈ້ງເຖິງເຫດຜົນ.

        ໃນວັນດຽວກັນ, ທ່ານປະທານາທິບໍດີ ຕວັກກິ Tayyip Erdogan ຫວັງວ່າ ປະເທດນີ້ຈະໃຫ້ສັດຕະຍາບັນໃນຖານະເປັນສະມາຊິກ NATO ຂອງ ແຟງລັງ ກ່ອນການເລືອກຕັ້ງ ເຊິ່ງຄາດວ່າຈະດຳເນີນໃນວັນທີ 14 ພຶດສະພາ ຈະມາເຖິງ. ສຳລັບ ຊູແອັດ, ທ່ານ Erdogan ໃຫ້ຮູ້ວ່າ 2 ປະເທດຍັງບໍ່ບັນບັນລຸໄດ້ບ້າດກ້າວຕັ້ງໜ້າໃດທີ່ກ່ຽວຂ້ອງເຖິງບັນຊີລາຍຊື່ພວກກໍ່ການຮ້າຍ 120 ຄົນເຊິ່ງ ອາກາຣາ ຢາກພາຕົວກັບເມືອປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ