ຮຸງກາຣີແລະອີຕາລີ ໃຫ້ການຊ່ວຍເຫຼືອວັກຊິນ ແລະ ວັດຖຸອຸປະກອນການແພດໃຫ້ແກ່ຫວຽດນາມ

(VOVWORLD) -ຮຸງກາຣີ ໄດ້ມອບວັກຊິນ AstraZeneca ແບບສັນຍາລັກຈຳນວນ 100.000 ໂດສ ແລະ ຊຸດວິໄຈຫາເຊື້ອໄວ 100.000 ຊຸດຂອງລັດຖະບານ ຮຸງກາຣີ ໜູນຊ່ວຍຫວຽດນາມ
ຮຸງກາຣີແລະອີຕາລີ ໃຫ້ການຊ່ວຍເຫຼືອວັກຊິນ ແລະ ວັດຖຸອຸປະກອນການແພດໃຫ້ແກ່ຫວຽດນາມ - ảnh 1ພິທີມອບວັກຊິນ AstraZeneca ຈຳນວນ 100.000 ໂດສ ແລະ ຊຸດວິໄຈຫາເຊື້ອໄວ 100.000 ຊຸດຂອງລັດຖະບານ ຮຸງກາຣີ ໜູນຊ່ວຍຫວຽດນາມ
(ພາບ: TTXVN)

ວັນທີ 21 ກັນຍາ, ທີ່ສຳນັກງານກະຊວງການຕ່າງປະເທດ ແລະ ເສດຖະກິດ ຕ່າງປະເທດ ຮຸງກາຣີ ຢູ່ນະຄອນຫຼວງ Budapest, ຜູ້ຕາງໜ້າລັດຖະບານ ຮຸງກາຣີ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ເສດຖະກິດຕ່າງປະເທດ Istvan Joo ໄດ້ມອບວັກຊິນ AstraZeneca ແບບສັນຍາລັກຈຳນວນ 100.000 ໂດສ ແລະ ຊຸດວິໄຈຫາເຊື້ອໄວ 100.000 ຊຸດຂອງລັດຖະບານ ຮຸງກາຣີ ໜູນຊ່ວຍຫວຽດນາມ ຕ້ານໂລກລະບາດໂຄວິດໂຄວິດ -19 ໃຫ້ແກ່ທ່ານນາງ ຫງວຽນທິບິກຖາວ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຮຸງກາຣີ. ຢູ່ທີ່ນີ້, ທ່ານນາງເອກອັກຄະລັດຖະທູດ ຫງວຽນທິບິກຖາວ ໄດ້ສົ່ງຄຳຂອບໃຈຢ່າງຈິງໃຈເຖິງການນຳ, ລັດຖະບານ ແລະ ປະຊາຊົນ ຮຸງກາຣີ ກ່ຽວກັບການໜູນຊ່ວຍຢ່າງທັນການໃຫ້ແກ່ຫວຽດນາມ. ຈຳນວນວັກຊິນ ແລະ ເຄື່ອງອຸປະກອບການແພດຂອງລັດຖະບານ ຮຸງກາຣີ ມອບໃຫ້ຫວຽດນາມ ຈະສົ່ງມາຮອດ ຮ່າໂນ້ຍ ໃນຕອນເຊົ້າວັນທີ 23 ກັນຍາ. ໃນວັນດຽວກັນ, ລັດຖະບານ ຮຸງກາຮີ ໄດ້ປະກາດຊ່ວຍເຫຼືອວັກຊິນ AstraZeneca ຈຳນວນ 400.000 ໂດສ ທີ່ຍັງເຫຼືອໃຫ້ແກ່ຫວຽດນາມ ຕາມກົດໄກປອດກຳໄລ.

        ແລະກໍ່ໃນວັນທີ 21 ກັນຍາ, ກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ, ລັດຖະບານ ອີຕາລີ ຫາກໍ່ແຈ້ງຂໍ້ຕົກລົງຊ່ວຍເຫຼືອເພີ່ມເຕີ່ມວັກຊິນ AstraZeneca ຈຳນວນ 796.000 ໂດສ ໃຫ້ແກ່ຫວຽດນາມ ຜ່ານກົນໄກ COVAX, ເພື່ອແນໃສ່ໜູນຊ່ວຍຫວຽດນາມ ຮັບມືກັບໂລກລະບາດໂຄວິດ-19. ຂໍ້ຕົກລົງໃໝ່ສຸດນີ້ໄດ້ຍົກຈຳນວນວັກຊິນເຊິ່ງ ອີຕາລີ ໜູນຊ່ວຍໃຫ້ແກ່ຫວຽດນາມ ຂຶ້ນເຖິງ 1,6 ລ້ານໂດສ, ນຳຫວຽດນາມ ກາຍເປັນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດໄດ້ຮັບວັກຊິນຫຼາຍກວ່າໝູ່ຂອງ ອີຕາລີ ໃນທົ່ວໂລກ.

        ກ່ອນໜ້ານັ້ນ, ວັນທີ 14 ກັນຍາ, ຫວຽດນາມ ໄດ້ຮັບວັກຊິນ 812.600 ໂດສ ຈາກ ອີຕາລີ ເພື່ອຮັບໃຊ້ບັ້ນສັກວັກຊິນກັນໂວຄິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ