ຮັດ​ແຄບ​​ຊ່ອງ​ຫວ່າງລະ​ດັບຄອງ​ຊີບ, ລາຍ​ຮັບ​ຂອງ​ປະ​ຊາ​ຊົນ​ຊາ​ວ​ເຜົ່າ​ສ່ວນ​ໜ້ອຍ​ກັບ​​ລະ​ດັບ​ສະ​ເລ່ຍຂອງ​ປະ​ຊາ​ຊົນ​ໃນທົ່ວ​ປະ​ເທດ

(VOVWORLD) -     ວັນທີ 24 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮວ່າບິ່ງ, ຫົວໜ້າຄະນະຊີ້ນຳສູນກາງ ໂຄງການເປົ້າໝາຍແຫ່ງຊາດ ພັດທະນາເສດຖະກິດ - ສັງຄົມ ເຂດພໍ່ແມ່ປະຊາຊົນຊາວເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໄລຍະ 2021 – 2030 ໄດ້ເປັນປະທານກອງປະຊຸມ.
ຮັດ​ແຄບ​​ຊ່ອງ​ຫວ່າງລະ​ດັບຄອງ​ຊີບ, ລາຍ​ຮັບ​ຂອງ​ປະ​ຊາ​ຊົນ​ຊາ​ວ​ເຜົ່າ​ສ່ວນ​ໜ້ອຍ​ກັບ​​ລະ​ດັບ​ສະ​ເລ່ຍຂອງ​ປະ​ຊາ​ຊົນ​ໃນທົ່ວ​ປະ​ເທດ - ảnh 1 ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮວ່າບິ່ງ (ພາບ: TTXVN)

ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບຊາວເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ແມ່ນໜຶ່ງໃນ 3 ໂຄງການເປົ້າໝາຍແຫ່ງຊາດ ໄລຍະ 2021 – 2025. ໂຄງການດັ່ງກ່າວ ລວມມີ 10 ໂຄງການຍ່ອຍ ເພື່ອແນໃສ່ຮັດແຄບຊ່ອງຫວ່າງລະດັບຄອງຊີບ, ລາຍຮັບຂອງພໍ່ແມ່ປະຊາຊົນເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ກັບລະດັບສະເລ່ຍຂອງປະຊາຊົນໃນທົ່ວປະເທດ; ຮອດປີ 2025 ຈະຫຼຸດຈຳນວນຕາແສງ, ບ້ານ ທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດລົງ 50%, ຮອດປີ 2030 ໂດຍພື້ນຖານແມ່ນບໍ່ມີຕາແສງ, ບ້ານທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ.

        ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ແລະ ຄະນະຊີ້ນຳ ຈົ່ງສືບຕໍ່ຍົກສູງລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພິ່ງຕົນເອງ ແລະ ບືນຕົວຂຶ້ນດ້ວຍຕົນເອງຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ຂົນຂວາຍປຸກລະດົມການລົງທຶນໃນທົ່ວສັງຄົມ, ມີກົນໄກສົ່ງເສີມການ startup, ບຳລຸງສ້າງວິຊາຊີບໃຫ້ສອດຄ່ອງກັບການປະຕິວັດອຸດສາຫະກຳຄັ້ງທີ 4, ໂດຍສະເພາະແມ່ນການເຮັດກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງ. ບັນດາຄະນະ, ຂະແໜງການຕ້ອງເຂົ້າຮ່ວມຢ່າງຂ້ຽວຂາດເພື່ອໃຫ້ໂຄງການຫຼຸດຜ່ອນຄວາມທຸກຍາກນີ້ບັນລຸປະສິດທິຜົນຢ່າງແທ້ຈິງ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ