ຮັດແໜ້ນການຮ່ວມມືສາມຝ່າຍກຳປູເຈຍ-ລາວ-ຫວຽດນາມ

(VOVWORLD) -ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນອາຊຽນ-ອີຢູ ຄົບຮອບ 45ປີ ທີ່ນະຄອນ Brussels ປະເທດແບນຊິກ, ຕອນເຊົ້າວັນທີ 14 ທັນວານີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ຮຸນແຊນ
ຮັດແໜ້ນການຮ່ວມມືສາມຝ່າຍກຳປູເຈຍ-ລາວ-ຫວຽດນາມ  - ảnh 1ການພົບປະກັນລະຫວ່າງນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈີງ, ນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ແລະ ນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ຮຸນແຊນ

   ນີ້ແມ່ນການພົບປະສາມຝ່າຍຄັ້ງທຳອິດລະຫວ່າງນາຍົກລັດຖະມົນຕີ 3 ທ່ານ ນັບແຕ່ໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ.   ທີ່ການ ພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ຮຸນແຊນ ໄດ້ເຫັນດີເປັນເອກະສັນກັນຊຸກຍູ້ການຮ່ວມມືກໍ່ສ້າງພື້ນຖານເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ; ເພີ່ມທະວີການເຊື່ອມຈອດກັນຢ່າງມີປະສິດທິຜົນຂອງ 3 ພື້ນຖານເສດຖະກິດ, ຖືນີ້ແມ່ນບັນດາບຸລິມະສິດຍຸດທະສາດຂອງ 3 ປະເທດໃນໄລຍະຈະມາເຖິງ. ນາຍົກລັດຖະມົນຕີ 3 ທ່ານເຫັນດີສືບຕໍ່ຮັກສາການພົບປະສອງຝ່າຍ ແລະ ສາມຝ່າຍເປັນປົກກະຕິ, ໃນນັ້ນມີການສົມທົບກັນຈັດຕັ້ງກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 12 (ຢູ່ກຳປູເຈຍ) ແລະ ເລັ່ງລັດຜັນຂະຫຍາຍແຜນການເຄື່ອນໄຫວເຊື່ອມຕໍ່ 3 ພື້ນຖານເສດຖະກິດ CLV ໃນປີ 2030.

   ປຶກສາຫາລືບັນດາບັນຫາພາກພື້ນ ແລະ ສາກົນ, ການນຳ 3 ປະເທດຢືນຢັນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນ, ປະກອບສ່ວນຮັກສາ ແລະ ປັບປຸງຄວາມສາມັກຄີ, ເປັນເອກະພາບ ແລະ ບົດບາດເປັນໃຈກາງຂອງ ອາຊຽນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ຕີລາຄາສູງການປະກອບສ່ວນຂອງລາວໃນບົດບາດເປັນຜູ້ປະສານງານການພົວພັນອາຊຽນ - ອົດສະຕາລີ, ຢືນຢັນວ່າ ຫວຽດນາມ ສະໜັບສະໜູນ ແລະ ໜູນຊ່ວຍ ລາວ ປະຕິບັດໜ້າທີ່ປະທານອາຊຽນ ໃນປີ 2024 ໃຫ້ສຳເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ