ຮັດ​ແໜ້ນ​ສາຍ​ພົວ​ພັນ​ຄວາມ​ສາ​ມັກ​ຄີ​ພິ​ເສດ​ລະ​ຫວ່າງ​ສອງ​ແຂວງ ກວ໋າງ​ບິ່ງ ແລະ ຄຳ​ມ່ວນ

(VOVWORLD) - ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ກວ໋າງບິ່ງ ໄດ້ມອບກິດຈະກຳ “ແສງສະຫວ່າງເຂດຊາຍແດນ” ແລະ ປະຕູໂຂງບ້ານໃຫ້ປະຊາຊົນຊາຍແດນກຸ່ມບ້ານຫຼັງຄັງ. ບັນດາກິດຈະກຳໄດ້ຜັນຂະຫຍາຍປະຕິບັດດ້ວຍການຮ່ວມແຮງຮ່ວມໃຈ, ການໜູນຊ່ວຍຂອງກຳລັງທະຫານປ້ອງກັນຊາຍແດນແຂວງ ກວ໋າງບິ່ງ, ຜູ້ອຸປະຖຳ ແລະ ການປະກອບເຫື່ອແຮງຂອງປະຊາຊົນສອງຟາກຊາຍແດນ.
ຮັດ​ແໜ້ນ​ສາຍ​ພົວ​ພັນ​ຄວາມ​ສາ​ມັກ​ຄີ​ພິ​ເສດ​ລະ​ຫວ່າງ​ສອງ​ແຂວງ ກວ໋າງ​ບິ່ງ ແລະ ຄຳ​ມ່ວນ - ảnh 1 ພິທີເປີດນຳໃຊ້ ແລະ ມອບກິດຈະກຳ  “ແສງສະຫວ່າງເຂດຊາຍແດນ” ແລະ ປະຕູໂຂງບ້ານໃຫ້ປະຊາຊົນຊາຍແດນກຸ່ມບ້ານຫຼັງຄັງ (ພາບ:TTXVN)

ຕອນເຊົ້າວັນທີ 22 ພະຈິກ, ຢູ່ກຸ່ມບ້ານ ຫຼັງຄັງ, ເມືອງ ບົວລະພາ, ແຂວງ ຄຳມ່ວນ, ຄະນະຜູ້ແທນແຂວງ ກວ໋າງບິ່ງ, ແຂວງຄຳມ່ວນ ພ້ອມດ້ວຍບັນດາຫົວໜ່ວຍອຸປະຖຳ ໄດ້ສົມທົບກັນຈັດພິທີມອບຂອງຂວັນ ແລະ ເປີດນຳໃຊ້, ມອບກິດຈະກຳພົນລະເຮືອນໃຫ້ອຳນາດການປົກຄອງ, ປະຊາຊົນກຸ່ມບ້ານ ຫຼັງຄັງ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວແຮກສ່ຽວກຸ່ມຊຸມຊົນລະຫວ່າງສອງຊາຍແດນ, ຜ່ານນັ້ນ ແນໃສ່ປະກອບສ່ວນສ້າງ ແລະ ປັບປຸງສາຍພົວພັນອັນສະໜິດແໜ້ນລະຫວ່າງສອງປະເທດ ຫວຽດນາມ - ລາວ ອ້າຍນ້ອງເວົ້າລວມ ແລະ ອຳນາດການປົກຄອງປະຊາຊົນມີຊາຍແດນຕິດຈອດກັນເວົ້າສະເພາະ.

        ທີ່ພິທີ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ກວ໋າງບິ່ງ ໄດ້ມອບກິດຈະກຳ “ແສງສະຫວ່າງເຂດຊາຍແດນ” ແລະ ປະຕູໂຂງໃຫຍ່ບ້ານໃຫ້ປະຊາຊົນຊາຍແດນກຸ່ມບ້ານຫຼັງຄັງ. ບັນດາກິດຈະກຳໄດ້ຜັນຂະຫຍາຍປະຕິບັດດ້ວຍການຮ່ວມແຮງຮ່ວມໃຈ, ການໜູນຊ່ວຍຂອງກຳລັງທະຫານປ້ອງກັນຊາຍແດນແຂວງ ກວ໋າງບິ່ງ, ຜູ້ອຸປະຖຳ ແລະ ການປະກອບເຫື່ອແຮງຂອງປະຊາຊົນສອງຟາກຊາຍແດນ, ດ້ວຍມູນຄ່າທັງໝົດປະມານ 250 ລ້ານດົ່ງ (ກວ່າ 10.000 USD).

ຕອບກັບ

ຂ່າວ/ບົດ​ອື່ນ