ຮັ​ດ​ແໜ້ນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ແມ່​ຍິງ​ສອງ​ແຂວງ​ຂອງ ຫວຽດ​ນາມ ແລະ ລາວ

(VOVWORLD) - ຕອນບ່າຍວັນທີ 14 ສິງຫາ, ຢູ່ນະຄອນ ດົ່ງເຮີ໋ຍ, ຄະນະຜູ້ແທນສະຫະພັນແມ່ຍິງ ແຂວງ ກວ໋າງບິ່ງ (ຫວຽດນາມ) ແລະ ຄຳມ່ວນ, ລາວ ໄດ້ດຳເນີນການພົບປະສົນທະນາ ລົງນາມໃນບົດບັນທຶກການຮ່ວມມື. 
ຮັ​ດ​ແໜ້ນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ແມ່​ຍິງ​ສອງ​ແຂວງ​ຂອງ ຫວຽດ​ນາມ ແລະ ລາວ - ảnh 1ການພົບປະສົນທະນາລະຫວ່າງສອງຝ່າຍ (ພາບ: TTXVN)

ນະທີ່ນີ້, 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງ 2 ແຂວງ ແລະ ແລກປ່ຽນ, ແບ່ງປັນບົດຮຽນປະສົບການ, ບັນດາວິທີເຮັດທີ່ດີ, ໝາກຜົນທີ່ພົ້ນເດັ່ນໃນວຽກງານຂອງສະຫະພັນ ແລະ ຂະບວນການແມ່ຍິງ; ບົດບາດຂອງແມ່ຍິງໃນບັນດາການເຄື່ອນໄຫວປະກອບສ່ວນຮັບປະກັນຄວາມໝັ້ນຄົງ, ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ສ້າງສາຍພົວພັນສາມັກຄີແບບຍືນຍົງລະຫວ່າງສອງປະເທດໃນໄລຍະຜ່ານມາ. ສອງຝ່າຍກໍຕີລາຄາສູງຕໍ່ໝາກຜົນຂອງການປະຕິບັດເນື້ອໃນບົດບັນທຶການຮ່ວມມືໄລຍະ 2022 – 2024 ແລະ ສະເໜີບັນດາເນື້ອໃນລະອຽດ ແນໃສ່ສືບຕໍ່ຍູ້ແຮງສາຍພົວພັນຮ່ວມມືລະຫວ່າງ 2 ຫົວໜ່ວຍໃນໄລຍະຈະມາເຖິງ.

        ສິ້ນສຸດການພົບປະສົນທະນາ, ສະຫະພັນແມ່ຍິງສອງແຂວງ ກວ໋າງບິງ - ຄຳມ່ວນ ໄດ້ລົງນາມໃນບົດບັນທຶກການຮ່ວມມືໄລຍະ 2024 – 2026. ຕາມນັ້ນແລ້ວ, ສອງຝ່າຍຈະຍູ້ແຮງການສົມທົບກັນໂຄສະນາເຜີຍແຜ່, ສຶກສາສະມາຊິກແມ່ຍິງ ແລະ ປະຊາຊົນກ່ຽວກັບສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ ເວົ້າລວມ, ສາຍພົວພັນສາມັກຄີ ລະຫວ່າງສະຫະພັນແມ່ຍິງສອງແຂວງ ກວ໋າງບິ່ງ - ຄຳມ່ວນ ເວົ້າສະເພາະ; ສົມທົບກັນໂຄສະນາສຶກສາໃຫ້ປະຊາຊົນ, ແມ່ຍິງຢູ່ເຂດຊາຍແດນ ປະຕິບັດສົນທິສັນຍາກ່ຽວກັບຂໍ້ກຳນົດຊາຍແດນແຫ່ງຊາດ ຫວຽດນາມ - ລາວ ຢ່າງເຂັ້ມງວດ; ຍູ້ແຮງວຽກງານສົມທົບກັນໃນການຄຸ້ມຄອງ, ປົກປັກຮັກສາຄວາມສະຫງົບຢູ່ຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ