ຮັບ ແລະ ສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ລາວ 96 ຊຸດກັບຄືນເມືອປະເທດ

(VOVWORLD) - ນີ້ແມ່ນຈຳນວນນັກຮົບເສຍສະຫຼະຊີວິດເພື່ອຊາດເຊິ່ງກອງທ້ອນໂຮມອັດຖິ - ກອງບັນຊາການທະຫານແຂວງ ເງະອານ ຊອກຫາ ແລະ ທ້ອນໂຮມອັດຖິໃນລະດູແລ້ງ 2022 – 2023.
ຮັບ ແລະ ສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ລາວ 96 ຊຸດກັບຄືນເມືອປະເທດ - ảnh 1ພິທີມອບ - ຮັບ, ສວດມົນພາວະນາ ແລະ ສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ
(ພາບ: TTXVN)

        ວັນທີ 16-17 ພຶດສະພາ, ຢູ່ແຂວງ ຊຽງຂວາງ, ໄດ້ຈັດພິທີມອບ - ຮັບ, ສວດມົນພາວະນາ ແລະ ສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ 3 ແຂວງ, ຄື: ນະຄອນຫຼວງ ວຽງຈັນ, ໄຊສົມບູນ ແລະ ຊຽງຂວາງ ໃນສະໄໝຕ່າງໆກັບເມືອ ຫວຽດນາມ. ນີ້ແມ່ນຈຳນວນນັກຮົບເສຍສະຫຼະຊີວິດເພື່ອຊາດເຊິ່ງກອງທ້ອນໂຮມອັດຖິ - ກອງບັນຊາການທະຫານແຂວງ ເງະອານ ຊອກຫາ ແລະ ທ້ອນໂຮມອັດຖິໃນລະດູແລ້ງ 2022 – 2023.

        ທີ່ພິທີສວດມົນພາວະນາໃນຕອນບ່າຍວັນທີ 16 ພຶດສະພາ, ທ່ານຮອງເຈົ້າ ແຂວງໆ ຊຽງຂວາງ, ຫົວໜ້າຄະນະປະຕິບັດງານພິເສດແຂວງ ຊຽງຂວາງ ສີວິໄລ ແສງຈະເລີນ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດໄດ້ອຸທິດສ່ວນທັງຊີວິດຂອງຕົນເພື່ອພາລະກິດປະຕິວັດ ລາວ ເວົ້າສະເພາະ ແລະ ການປະຕິວັດຂອງ 2 ປະເທດ ເວົ້າລວມ; ສະແດງຄວາມຮູ້ບຸນຄຸນຕໍ່ພັກ, ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມ, ໃນອະດີດຕະການ ກໍຄືໃນປະຈຸບັນ ທີ່ຍາມໃດກໍ່ໃຫ້ການຊ່ວຍເຫຼືອພາລະກິດການປະຕິວັດຂອງ ລາວ ເວົ້າລວມ ແລະ 3 ແຂວງເວົ້າສະເພາະ…

        ຕອນເຊົ້າວັນທີ 17 ພຶດສະພາ, ການນຳບັນດາອົງການທີ່ມີໜ້າທີ່ ແລະ ກົມກອງທີ່ກ່ຽວຂ້ອງຂອງ 2 ປະເທດ ໄດ້ປະຕິບັດພິທີຖະຫວາຍທູບທຽນໄຫວ້ບູຊາກ່ອນທີ່ສົ່ງອັດຖິບັນດານັກຮົບເສຍສະຫຼະຊີວິດເພື່ອຊາດກັບເມືອປະເທດ ຜ່ານດ່ານຊາຍແດນສາກົນ ນ້ຳກັນ - ຊຽງຂວາງ.

ຕອບກັບ

ຂ່າວ/ບົດ​ອື່ນ