ຮັບກະແສການລົງທຶນໃໝ່-ຫວຽດນາມສຸມໃສ່ພັດທະນາອຸດສາຫະກຳໜູນຊ່ວຍຢູ່ລະດັບສູງກວ່າ

(VOVWORLD) -ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ຟື້ນຟູຢ່າງແຮງໃນເດືອນ ກຸມພາ 2021.
ຮັບກະແສການລົງທຶນໃໝ່-ຫວຽດນາມສຸມໃສ່ພັດທະນາອຸດສາຫະກຳໜູນຊ່ວຍຢູ່ລະດັບສູງກວ່າ - ảnh 1(ພາບປະກອບ)

ບົດລາຍງານອັບເດດສະພາບການເສດຖະກິດມະຫາພາກຫວຽດນາມ ເດືອນ ມີນາ 2021 ຂອງທະນາຄານໂລກ (WB) ຫາກໍ່ປະກາດໄດ້ຊີ້ິໃຫ້ເຫັນວ່າ ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ຟື້ນຟູຢ່າງແຮງໃນເດືອນ ກຸມພາ 2021. ຕາມນັ້ນແລ້ວ, ເດືອນ ກຸມພາ 2021, ຫວຽດນາມ ດຶງດູດທຶນ FDI 3,4 ຕື້ USD, ສູງກວ່າ 70% ເມື່ອທຽບໃສ່ເດືອນ ມັງກອນ 2021 ແລະ ເພີ່ມຂຶ້ນທົບ 3 ເທົ່າມູນຄ່າທຶນ FDI ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ເມື່ອຕີລາຄາກ່ຽວກັບສິ່ງດັ່ງກ່າວ, ທ່ານ ເລຢຸຍບິ່ງ, ຫົວໜ້າ Economica ຫວຽດນາມ ຖືວ່າ: ຜົນສຳເລັດໃນການຄວບຄຸມໂລກລະບາດໂຄວິດ-19 ໄດ້ເຮັດໃຫ້ຫຼາຍປະເທດໃນໂລກຫັນກະແສເງິນລົງທຶນເຂົ້າຫວຽດນາມ.

        “ຫວຽດນາມ ຍັງຮັກສາຄວາມສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ຮັກສາຄວາມສະຖຽນລະພາບທາງດ້ານການເມືອງ. ນີ້ແມ່ນສິ່ງສຳຄັນທີ່ສຸດສຳລັບນັກລົງທຶນຕ່າງປະເທດ. ທີ 2 ແມ່ນຄວາມສາມາດຄວບຄຸມໂລກລະບາດໄດ້ເປັນຢ່າງດີຂອງຫວຽດນາມ ໃນປີ 2020. ສິ່ງດັ່ງກ່າວແມ່ນປັດໃຈສຳຄັນສຳລັບນັກລົງທຶນ. ພ້ອມກັນນັ້ນ, ບັນດານະໂຍບາຍຂອງລັດຖະບານຫວຽດນາມ ໃນການຍູ້ແຮງການດຶງດູດການລົງທຶນຈາກຕ່າງປະເທດ ກໍຄືສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ປອດໄພ, ເປັນມິດນັ້ນ ຈະສືບຕໍ່ປະກອບສ່ວນເຂົ້າໃນເລື່ອງດຶງດູດແຫຼ່ງເງິນລົງທຶນຕ່າງປະເທດເຂົ້າຫວຽດນາມ ໃນປີ 2021 ກໍ່ຄືໃນຊຸມປີຕໍ່ໄປ.”

ຕອບກັບ

ຂ່າວ/ບົດ​ອື່ນ