ຮັບບັນດາເອກະສານ ກ່ຽວກັບອະທິປະໄຕຂອງ ຫວຽດນາມທີ່ມີຕໍ່ ເຂດໝູ່ເກາະຮ່ວາງຊາ

ຮັບບັນດາເອກະສານ ກ່ຽວກັບອະທິປະໄຕຂອງ ຫວຽດນາມທີ່ມີຕໍ່ ເຂດໝູ່ເກາະຮ່ວາງຊາ - ảnh 1

(ພາບປະກອບ:biendong.net)

(ປະຊາຊົນ)- ​ ຄະນະ​ກຳມະການ​ເມືອງ​ເກາະ​ຮ່ວາງ​ຊາ ນະຄອນ​ດ່າ​ນັງ ຫາ​ກໍ່​ຮັບ​​ເອົ​າເອກະສາ​ນທີ່​ມີຄ່າ 91 ສິ້ນ​ທີ່​ກ່ຽວຂ້ອງ​ເຖິງ​ອະທິປະ​ໄຕຂອງ​ຫວຽວນາມ ທີ່​ມີ​ຕໍ່​ເຂດ​ໝູ່​ເກາະຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​ໂດຍ​ທ່ານ​ເຈີ່ນທັງ ຊາວ​ຫວຽດນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ ມອບ​ໃຫ້. ​ເອກະສານ​ນີ້​ລວມມີ​ແຜນ​ທີ່ 91 ​ແຜ່ນ​ໂດຍ​ຝ່າຍ​ຕາ​ເວັນ​ຕົກ​ພິມ​ຈຳໜ່າຍ​​ແຕ່​ສັດຕະວັດ 16-19 ຊື່​ງ​ໄດ້​ແຕ້ມຫລື​ໝາຍ​ເຫດ​ບັນດາ​​ໝູ່​ເກາະ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ ​ແມ່ນ​ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ ຊື່​ງຫໍສະໝຸດ​ອາ​ເມ​ລິ​ການ ຈຳນວນ​ໜຶ່ງ​ພວມ​ເກັບ​ຮັກສາ. ນອກຈາກ​ນັ້ນ​ແລ້ວ, ຍັງ​ມີ​ບັນດາ​ວາລະສານ​ຂອງ​ສະມາຄົມ​ພູມ​ສາດ​ພະ​ບໍລົມ​ວົງ​ສາ​ນຸວົງ​ອັງກິດ, ວາລະສານ​ກ່ຽວ​ກັບ​ໂລຫະ​ຂອງ​ຈີນ ​ໂດຍ​ອາ​ເມ​ລິ​ກາ ​ພິມ​ຈຳໜ່າຍ ​ແລະ ແຜນ​ທີ່ 3 ຊຸດ. ປະຈຸ​ບັນ, ຫໍພິພິຕະພັນ​ດ່າ​ນັງ ຮັບຜິດຊອບ​ເກັບ​ຮັກສາ ​ແລະ ບັນດາ​ເອກະສານ​ເຫຼົ່ານີ້ ຈະ​ຖືກ​ນຳ​ມາ​ວາງສະ​ແດງ​ຢູ່​ນະຄອນ​ດ່າ​ນັງ, ​ແຂວງ​ເທື່ອ​ທຽນ​ເຫ້ວ, ນະຄອນ​ໂຮ່ຈິ​ມິນ ​ແລະ ​ແຂວງ​ແຄງ​ຮ່ວາ ​ໃນ “ສັບປະດາ​ທະ​ເລ​ຫວຽດນາມ ປີ 2013“.

ຂ່າວ/ບົດ​ອື່ນ