ຮັບ​ປະ​ກັນ​ການ​ຊ່ວຍ​ໜູ​ນ​ສັງ​ຄົມ​ຢ່າງ​ຍຸ​ຕິ​ທຳ​ໃຫ້​ແກ່​ແຮງ​ງານ​ຂຶ້ນ​ກັບ ວິ​ສ​າ​ຫະ​ກິດ FDI

(VOVWORLD) -  ຕອນບ່າຍວັນທີ 15 ເມສາ, ຢູ່ແຂວງ ດົ່ງນາຍ, ອົງການປະກັນສັງຄົມ ຫວຽດນາມ ໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຈັດຕັ້ງກອງປະຊຸມສົນທະນາກັບບັນດາວິສຫາກິດ ສ.ເກົາຫຼີ ກ່ຽວກັບການປະຕິບັດນະໂຍບາຍປະກັນສັງຄົມ, ປະກັນສຸຂະພາບ.
ຮັບ​ປະ​ກັນ​ການ​ຊ່ວຍ​ໜູ​ນ​ສັງ​ຄົມ​ຢ່າງ​ຍຸ​ຕິ​ທຳ​ໃຫ້​ແກ່​ແຮງ​ງານ​ຂຶ້ນ​ກັບ ວິ​ສ​າ​ຫະ​ກິດ FDI - ảnh 1ກອງປະຊຸມສົນທະນາກັບບັນດາວິສຫາກິດ ສ.ເກົາຫຼີ ກ່ຽວກັບການປະຕິບັດນະໂຍບາຍປະກັນສັງຄົມ, ປະກັນສຸຂະພາບ (ພາບ: ອົງການປະກັນສັງຄົມ)

ສ.ເກົາຫຼີ ພວມນຳໜ້າບັນດາປະເທດລົງທຶນເຂົ້າແຂວງ ດ້ວຍຈຳນວນທຶນຈົດທະບຽນເກືອບ 7 ຕື້ USD ແລະ 300 ໂຄງການ. ປີ 2020, ຈຳນວນວິສາຫະກິດ ມີເງິນລົງທຶນໂດຍກົງຈາກຕ່າງປະເທດ FDI ສ.ເກົາຫຼີ ເຂົ້າຮ່ວມປະກັນສັງຄົມໃນບໍລິເວນແຂວງ ດົ່ງນາຍ ແມ່ນ 329 ແຫ່ງ, ປະກອບຈຳນວນເງິນຫຼາຍກວ່າ 3.400 ຕື້ດົ່ງເຂົ້າໃນກອງທຶນປະກັນສັງຄົມ, ປະກັນສຸຂະພາບ, ປະກັນອຸບັດຕິເຫດແຮງງານ - ພະຍາດຍ້ອນອາຊີບ. ການນຳແຂວງ ດົ່ງນາຍ ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງທຸກເງື່ອນໄຂສະດວກເພື່ອດຶງດູດເງິນລົງທຶນຈາກຕ່າງປະເທດເວົ້າລວມ ແລະ ທຶນ FDI ສ.ເກົາຫຼີ ເວົ້າສະເພາະ, ພ້ອມກັນນັ້ນ ຈະປະຕິບັດການປະຕິຮູບນະໂຍບາຍປະກັນສັງຄົມ ເພື່ອແນໃສ່ຮັບປະກັນການໜູນຊ່ວຍສັງຄົມໃນບໍລິເວນແຂວງ.

        ທ່ານ ຫງວຽນເຖ໊ແມ້ງ, ຜູ້ອຳນວຍການໃຫຍ່ອົງການປະກັນສັງຄົມ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ພວມດຳເນີນການສົນທະນາກັບ ສ.ເກົາຫຼີ ເພື່ອມຸ່ງໄປເຖິງການເຊັນສົນທິສັນຍາສອງຝ່າຍ ກ່ຽວກັບປະກັນສັງຄົມ ເພື່ອສ້າງພື້ນຖານແກ່ການເຊັນບັນດາຂໍ້ຕົກລົງທີ່ມີລັກສະນະນິຕິກຳ ແນໃສ່ຮັບປະກັນການໜູນຊ່ວຍສັງຄົມ ໃຫ້ແກ່ແຮງງານຂອງແຕ່ລະປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ