ຮັບ​ປະ​ກັນ​ການ​ສະ​ໜອງ​ສິນ​ຄ້າ​ທີ່​ຈຳ​ເປັນ​ໃຫ້​ແກ່​ບັນ​ດາ​ແຂວງ​ທາງ​ພາກ​ໃຕ້

(VOVWORLD) -ໄປຄຽງຄູ່ກັບການຮັບປະກັນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ບາງແຂວງ, ນະຄອນຍັງອະນຸຍາດໃຫ້ບັນດາຕະຫຼາດມີການເຄື່ອນໄຫວທີ່ເປັນປົກກະຕິ ແຕ່ຕ້ອງນຳໃຊ້ບັນດາມາດຕະການປ້ອງກັນຕ້ານໂລກລະບາດໂຄວິດ - 19 ຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ.
ຮັບ​ປະ​ກັນ​ການ​ສະ​ໜອງ​ສິນ​ຄ້າ​ທີ່​ຈຳ​ເປັນ​ໃຫ້​ແກ່​ບັນ​ດາ​ແຂວງ​ທາງ​ພາກ​ໃຕ້ - ảnh 1ພາບປະກອບ

ເລີ່ມແຕ່ເວລາ 0 ໂມງຂອງວັນທີ 19 ກໍລະກົດ 2021, 19 ແຂວງ, ນະຄອນທາງພາກໃຕ້ ໄດ້ປະຕິບັດການແຍກຫ່າງໃນສັງຄົມຕາມຈິດໃຈປະຕິບັດຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ ຢ່າງເປັນທາງການ. ໄປຄຽງຄູ່ກັບການຮັບປະກັນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ບາງແຂວງ, ນະຄອນຍັງອະນຸຍາດໃຫ້ບັນດາຕະຫຼາດມີການເຄື່ອນໄຫວທີ່ເປັນປົກກະຕິ ແຕ່ຕ້ອງນຳໃຊ້ບັນດາມາດຕະການປ້ອງກັນຕ້ານໂລກລະບາດໂຄວິດ - 19 ຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ.

        ຢູ່ແຂວງບາກລຽວ, ເພື່ອຮັບປະກັນຄວາມຕ້ອງການທາງດ້ານສິນຄ້າທີ່ຈຳເປັນ ແລະ ສະບຽງອາຫານ, ທັນຍາຫານໃຫ້ແກ່ປະຊາຊົນໃນບໍລິເວນແຂວງ, ຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແຂວງບາກລຽວ ຍັງອະນຸຍາດໃຫ້ສືບຕໍ່ຮັກສາການເຄື່ອນໄຫວຂອງບັນດາຕະຫຼາດເປັນປົກກະຕິ ເພື່ອຄ້າຂາຍສິນຄ້າປະເທດສະບຽງອາຫານ, ທັນຍາຫານ ແລະ ສິນຄ້າປະເພດຕ່າງໆທີ່ຈຳເປັນ. ທ່ານ ຟ້າມວັນຖ່ຽວ ປະທານຄະນະກຳມະການປະຊາຊົນ, ຫົວໜ້າຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແຂວງບາກລຽວ ຢັ້ງຢືນວ່າ:

ປະຊາຊົນບໍ່ຄວນແຕກຕື່ນໃນຂະນະນີ້,  ແຂວງບາກລຽວຍັງຄວບຄຸມໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ ແລະ ບັນດາການເຄື່ອນໄຫວຍັງໄດ້ດຳເນີນຢ່າງເປັນປົກກະຕິ, ມີການຕິດຕາມກວດກາຢ່າງແໜ້ນແຟ້ນຂອງອຳນາດການປົກຄອງ. ປະຊາຊົນຕ້ອງປະຕິບັດຕາມການແນະນຳ 5 ຂໍ້ປະການ ຂອງກະຊວງສາທາລະນະສຸກໃຫ້ເປັນຢ່າງດີ, ແຈ້ງອາການສຸຂະພາບ, ພ້ອມທັງກວດວິໄຈຫາເຊື້ອມີຜົນເປັນລົບ... ທຸກໆບັນຫານັ້ນ ພວກເຮົາຍັງມີການເຄຶ່ອນໄຫວທີ່ເປັນປົກກະຕິ, ບໍ່ແມ່ນສະກັດກັ້ນຫ້າມບໍ່ໃຫ້ເຄື່ອນໄຫວ ແລະ ບໍ່ມີຂໍ້ກຳນົດທີ່ແຂງກະດ້າງກັບການແຍກຫ່າງໃນສັງຄົມ

        ສ່ວນຢູ່ແຂວງຈ່າວິງ, ສິນຄ້າປະເພດຈຳເປັນຄື: ເຂົ້າສານ, ໝີ່, ຊີ້ນ, ໄຂ່, ນ້ຳນົມ...ກຳລັງຊື້ສິນຄ້າຍັງສູງເມື່ອທຽບໃສ່ກັບທຳມະດາ ແຕ່ແຫຼ່ງສະໜອງຍັງອຸດົມສົມບູນ, ລາຄາກໍ່ເພີ່ມຂຶ້ນໜ້ອຍໜຶ່ງ.

        ຢູ່ແຂວງວິງລອງ, ທ່ານ ລືກວາງເງີ່ຍ, ປະທານຄະນະກຳມະການປະຊາຊົນແຂວງ ວິງລອງ ໃຫ້ຮູ້ວ່າ ໂດຍປະຕິບັດຕາມຄຳສັ່ງເລກທີ 16 ຂອງທ່ານນາຍົກລັດຖະມົນຕີ, ແຂວງວິງລອງ ໄດ້ສ້າງຕັ້ງປ້ອມກວດກາຄົງທີ່ ແລະ ເຄື່ອນທີ່ເປັນຈຳນວນຫຼາຍ ແຕ່ແຂວງລົງຮອດຮາກຖານ ເພື່ອຄວບຄຸມໂລກລະບາດໂຄວິດ - 19 ແລະ ຜູ້ເຂົ້າອອກທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ