ຮັບ​ປະ​ກັນ​ການ​ສະ​ໜອງ​ໄຟ​ຟ້າ, ສະ​ໜອງ​ຖ່ານ​ຫີນ, ອາຍ​ແກັດ ໃຫ້​ແກ່​ການ​ຜະ​ລິດ​ໄຟ​ຟ້າ

(VOVWORLD) - ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ ຄະນະຊີ້ນຳແຫ່ງຊາດ ບັນດາລາຍການ, ກິດຈະການ, ໂຄງການສຳຄັນແຫ່ງຊາດ, ຈຸດສຸມຂະແໜງພະລັງງານສຸມໃສ່ຊີ້ນຳ, ກວດກາ, ປະສານສົມທົບ ແລະ ຊຸກຍູ້ການປະຕິບັດບັນດາໜ້າທີ່ກ່ຽວກັບການລົງທຶນ.

ວັນທີ 14 ກຸມພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຊັ່ນຄຳສັ່ງວ່າດ້ວຍການຮັບປະກັນສະໜອງໄຟຟ້າ, ຖ່ານຫີນ, ອາຍແກັດ ໃຫ້ແກ່ການຜະລິດໄຟຟ້າໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ ຄະນະຊີ້ນຳແຫ່ງຊາດ ບັນດາລາຍການ, ກິດຈະການ, ໂຄງການສຳຄັນແຫ່ງຊາດ, ຈຸດສຸມຂະແໜງພະລັງງານສຸມໃສ່ຊີ້ນຳ, ກວດກາ, ປະສານສົມທົບ ແລະ ຊຸກຍູ້ການປະຕິບັດບັນດາໜ້າທີ່ກ່ຽວກັບການລົງທຶນ, ກໍ່ສ້າງບັນດາລາຍການ, ກິດຈະກຳ, ໂຄງການສຳຄັນແຫ່ງຊາດ, ຈຸດສຸມຂະແໜງພະລັງງານ.

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ນຳກຸ່ມບໍລິສັດໄຟຟ້າ ຫວຽດນາມ ແລະ ສູນດັດສົມລະບົບໄຟຟ້າແຫ່ງຊາດ ປະຕິບັດການບໍລິຫານລະບົບໄຟຟ້າຮັບປະກັນການສະໜອງໄຟຟ້າ, ສ້າງແຜນການສະໜອງໄຟຟ້າ ແລະ ເຄື່ອນໄຫວລະບົບໄຟຟ້າແຫ່ງຊາດ ດ້ວຍເປົ້າໝາຍຮັບປະກັນການສະໜອງ, ຮັບປະກັນແຫຼ່ງສະໜອງສຳຮອງ ແລະ ມີຄວາມສາມາດໃນການຮັບມື, ຄວບຄຸມ ບັນດາກໍລະນີ ທີ່ອາດຈະເກີດຂຶ້ນ. ຄາດຄະເນ ແລະ ສ້າງແຜນການເພື່ອຊີ້ນຳກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ, ກຸ່ມບໍລິສັດອຸດສາຫະກຳ ຖ່ານຫີນ - ບໍ່ແຮ່ ຫວຽດນາມ ແລະ ກຸ່ມບໍລິສັດໃຫຍ່ ຕາເວັນອອກພາກເໜືອ ສະໜອງຖ່ານຫີນຢ່າງຄົບຖ້ວນແລະ ຕໍ່ເນື່ອງ ເພື່ອຮັບໃຊ້ການຜະລິດໄຟຟ້າຕາມສັນຍານ/ຄຳໝັ້ນສັນຍາ ໄດ້ຮັບການລົງນາມແລ້ວ, ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ ເພື່ອຄາດຄະເນສະພາບການນຳໃຊ້ ແລະ ສະໜອງເຊື້ອເພິງ, ຮັບປະກັນຄວາມໝັ້ນຄົງໃນການສະໜອງໄຟຟ້າ.

ຕອບກັບ

ຂ່າວ/ບົດ​ອື່ນ