ຮັບປະກັນຄຸນນະພາບ ແລະ ຄວາມຄືບໜ້າ ຂອງ 5 ແຜນຮ່າງໃຫຍ່ ກ່ຽວກັບ ວິທະຍາສາດ ແລະ ສັງຄົມ

(VOVWORLD) -5 ແຜນຮ່າງ ໄດ້ຮັບການຜັນຂະຫຍາຍດ້ວຍການສືບທອດມູນເຊື້ອປະຫວັດສາດຂອງຊາດນັບພັນປີ, ຜົນງານຂອງ 30 ປີ ແຫ່ງການປ່ຽນແປງໃໝ່, ທ່າແຮງ ແລະ ກໍາລັງແຮງຂອງປະເທດຊາດເວົ້າລວມ ແລະ ຄວາມສາມາດບົ່ມຊ້ອນທາງດ້ານວິທະຍາສາດເຕັກໂນໂລຢີເວົ້າສະເພາະ...

ວັນທີ 12 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ມີການພົບປະກັບນັກວິທະຍາສາດ ກວ່າ 70 ທ່ານ ທີ່ພວມເຂົ້າຮ່ວມ 05 ແຜນຮ່າງໃຫຍ່ກ່ຽວກັບວິທະຍາສາດ ຄື: ຄົ້ນຄວ້າ, ຮຽບຮຽງປະຫວັດສາດຫວຽດນາມ; ປື້ມສັບພະວິທະຍານຸກົມ; ປື້ມບັນທຶກແຫ່ງຊາດຫວຽດນາມ; ລະບົບປັນຍາຫວຽດດີຈີຕອນ; ການແປພາສາ ແລະ ເສີມຂະຫຍາຍຄຸນຄ່າອັນຍອດຍິ່ງຂອງບັນດາບົດປະພັນທີ່ໂດດເດັ່ນຂອງຕາເວັນອອກ.

ຮັບປະກັນຄຸນນະພາບ ແລະ ຄວາມຄືບໜ້າ ຂອງ 5 ແຜນຮ່າງໃຫຍ່ ກ່ຽວກັບ ວິທະຍາສາດ ແລະ ສັງຄົມ  - ảnh 1  ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄໍາເຫັນທີ່ການພົບປະ (ພາບ: VGP/Đinh Nam)

        ກ່າວຄໍາເຫັນໜ້າທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ 5 ແຜນຮ່າງດັ່ງກ່າວ ມີຄວາມໝາຍສໍາຄັນ, ສອດຄ່ອງກັບແຜນນະໂຍບາຍລວມ “ວິທະຍາສາດ, ການສຶກສາ ແມ່ນລັດຖະນະໂຍບາຍແຖວໜ້າ”, “ວັດທະນະທໍາແມ່ນພື້ນຖານ”. ຕາມທ່ານຮອງນາຍົກລັດຖະມົນຕີ ຫວູດຶດດາມ ແລ້ວ, 5 ແຜນຮ່າງ ໄດ້ຮັບການຜັນຂະຫຍາຍດ້ວຍການສືບທອດມູນເຊື້ອປະຫວັດສາດຂອງຊາດນັບພັນປີ, ຜົນງານຂອງ 30 ປີ ແຫ່ງການປ່ຽນແປງໃໝ່, ທ່າແຮງ ແລະ ກໍາລັງແຮງຂອງປະເທດຊາດເວົ້າລວມ ແລະ ຄວາມສາມາດບົ່ມຊ້ອນທາງດ້ານວິທະຍາສາດເຕັກໂນໂລຢີເວົ້າສະເພາະ ນັບມື້ນັບໄດ້ຍົກສູງຂຶ້ນ. ພ້ອມທັງສະເໜີວ່າ ນັກວິທະຍາສາດໃນສະພາຮຽບຮຽງແຕ່ລະຄົນ ຕ້ອງຮັບປະກັນຄວາມຄືບໜ້າ ແລະ ຄຸນນະພາບຂອງບັນດາແຜນຮ່າງທີ່ໄດ້ຮັບການປະຕິບັດ ໃຫ້ດີກວ່າອີກ ໃນປີ 2019 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ