ຮັບ​ປະ​ກັນ​ຄຸນ​ນະ​ພາບ​ສູງ​​ສຸດ​ຂອງ​ບັນ​ດາ​ຮ່າງ​ກົດ​ໝາຍ, ຮ່າງ​ມະ​ຕິ​ຍື່ນສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຢູ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນຄັ້ງ​ທີ 4

(VOVWORLD) -ກອງປະຊຸມສະມາຊິກສະພາແຫ່ງຊາດ ສະເພາະກິດໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 7 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ. ເຊິ່ງມີການເຂົ້າຮ່ວມຂອງທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.
ຮັບ​ປະ​ກັນ​ຄຸນ​ນະ​ພາບ​ສູງ​​ສຸດ​ຂອງ​ບັນ​ດາ​ຮ່າງ​ກົດ​ໝາຍ, ຮ່າງ​ມະ​ຕິ​ຍື່ນສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຢູ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນຄັ້ງ​ທີ 4 - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າໃນສອງວັນດຳເນີນກອງປະຊຸມ (7-8 ກັນຍາ), ບັນດາສະມາຊິກສະພາແຫ່ງຊາດ ສະເພາະກິດ, ສະມາຊິກສະພາແຫ່ງຊາດ ຄວບຕຳແໜ່ງຈະປະກອບຄຳເຫັນໃສ່ບັນດາຮ່າງກົດໝາຍ ແລະ ຮ່າງມະຕິ, ຜ່ານນັ້ນປະກອບສ່ວນຮັບປະກັນຄຸນນະພາບດີທີ່ສຸດ, ພ້ອມທັງອາດຈະຫຼຸດ ເວລາດຳເນີນກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດ ຊຸດທີ XV ຈະມາເຖິງ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ:

        ກອງປະຊຸມສະມາຊິກສະພາແຫ່ງຊາດ ສະເພາະກິດ ບໍ່ພຽງແຕ່ແມ່ນຂັ້ນຕອນໃນການເຄື່ອນໄຫວສ້າງນິຕິກຳເທົ່ານັ້ນ, ຫາກຍັງແມ່ນເວທີປາໄສເພື່ອສະແດງໃຫ້ເຫັນແຈ້ງສິດ ແລະ ຄວາມຮັບຜິດຊອບຂອງສະມາຊິກສະພາແຫ່ງຊາດສະເພາະກິດອີກດ້ວຍ. ການຈັດຕັ້ງກອງປະຊຸມແມ່ນຈຳເປັນ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງຄະນະປະຈຳສະພາແຫ່ງຊາດ ເພື່ອແນໃສ່ເສີມຂະຫຍາຍບົດບາດ, ພູມປັນຍາ, ລັກສະນະປະຊາທິປະໄຕຂອງສະມາຊິກສະພາແຫ່ງຊາດສະເພາະກິດຢ່າງສຸດຂີດໃນການປະຕິບັດໜ້າທີ່ສ້າງນິຕິກຳ ແລະ ບັນດາບົດບາດໜ້າທີ່ຂອງ ສະພາແຫ່ງຊາດ.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເຈາະຈິ້ນບັນດາບັນຫາທີ່ຕ້ອງການຮັບເອົາຄຳເຫັນປະກອບກ່ຽວກັບບັນດາຮ່າງກົດໝາຍຄື: ຮ່າງກົດໝາຍປະຕິບັດປະຊາທິປະໄຕຂັ້ນຮາກຖານ: ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຄວາມຖີ່ວິທະຍຸ: ຮ່າງກົດໝາຍວ່າດ້ວຍການກວດ ແລະ ປິ່ນປົວພະຍາດ (ສະບັບປັບປຸງ): ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ (ສະບັບປັບປຸງ): ຮ່າງກົດໝາຍວ່າດ້ວຍການກວດກາ (ສະບັບປັບປຸງ).

ຕອບກັບ

ຂ່າວ/ບົດ​ອື່ນ