ຮັບປະກັນຄວາມປອດໄພໃຫ້ກອງປະຊຸມ IPU 132

ຮັບປະກັນຄວາມປອດໄພໃຫ້ກອງປະຊຸມ IPU 132 - ảnh 1
ພິ​ທີ​ເຄື່ອ​ນພົນ​ປ້ອງກັນ​ຄວາມ​ປອດ​ໄພ​ໃຫ້ກອງປະຊຸມ IPU 132
(ພາບ: vnexpress.net)


(vovworld) – ວັນ​ທີ 24/03, ຕຳຫຼວດນະຄອນຮ່າ​ໂນ້ຍ ​ໄດ້​ສົມທົບ​ກັບ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ, ພະ​ແນ​ກສາທາລະນະ​ສຸກ​ຮ່າ​ໂນ້ຍ, ຕຳຫຼວດ​ປ້ອງ​ກັນ​ ​ແລະ ດັບ​ເພິງນະຄອນ ​ໄດ້ຈັດ​ຕັ້ງພິ​ທີ​ເຄື່ອ​ນພົນ​ປ້ອງກັນ​ຄວາມ​ປອດ​ໄພ​ໃຫ້ກອງ​ປະຊຸມ​ໃຫຍ່​ສະຫະພັນລັດຖະສະພາ​ສາກົນ 132 (IPU 132), ​ເຊິ​່ງ​ຈະ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ພິທີເຄື່ອ​ນພົນ, ພົນ​ໂທ ດັ້ງ​ວັນ​ຮ໋ຽວ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕຳຫຼວດ ​ໄດ້​ຮຽກຮ້ອງ​ໃຫ້​ຕຳຫຼວດຮ່າ​ໂນ້ຍ ມີ​ບັນດາ​ແຜນການ​ປົກ​ປ້ອງຢ່າງ​ລະອຽດ, ຮອບດ້ານ, ຮັບປະກັນ​ຄວາມ​ປອດ​ໄພໃຫ້ກອງ​ປະຊຸມ​ໃຫຍ່ IPU 132 ​​ບໍ່​ວ່າ​ໃນສະພາບ​ການ​ໃດໆ. ບັນດາ​ກຳລັງ​ປະຕິບັດ​ໜ້າ​ທີ່ ​ຕ້ອງ​ເປັນ​ເຈົ້າ​ການກຳ​ແໜ້ນ​ສະພາບ​ການ, ປ້ອງ​ກັນ, ສະກັດ​ກັ້ນ​ທຸກ​ກົນອຸບາຍ, ການ​ເຄື່ອນ​ໄຫວ​ທຳລາຍ, ​ຄວາມ​ສະຫງົບ​ປອດ​ໄພ​ສຳລັບກອງ​ປະຊຸມ​ໃຫຍ່ IPU 132. ຕຳຫຼວດ​ຮ່າ​ໂນ້ຍ ​ແລະ ບັນດາ​ກົມ​ກອງ​ຕຳຫຼວດ​ໃນ​ທົ່ວ​ປະ​ເທດ​ເປັນ​ເສນາ​ທິການ​ໃຫ້​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ, ຂົນຂວາຍ​ປະຊາຊົນ ​ເພື່ອ​ໃຫ້​ທຸກ​ຄົນ​ເຂົ້າ​ຮ່ວມ​ຂະ​ບວນການ​ທົ່ວ​ປວງ​ຊົນ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ, ​ຮັກສາ​ຄວາມ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ນັບ​ແຕ່ຂັ້ນ​ຮາກ​ຖານ.

ຂ່າວ/ບົດ​ອື່ນ