ຮັບປະກັນຄວາມປອດໄພໃຫ້ແກ່ກອງປະຊຸມສຸດຍອດ GMS 6 ແລະກອງປະຊຸມສຸດຍອດ CLV 10

(VOVWORLD) -ບັນດາກຳລັງປ້ອງກັນຄວາມສະຫງົບຕ້ອງເປັນເຈົ້າການສົບທົບກັນຢ່າງແໜ້ນແຟ້ນ, ເສີມຂະຫຍາຍນ້ຳໃຈຄວາມຮັບຜິດຊອບ,  ຍົກສູງສະຕິລະວັງຕົວ, ກະກຽມເງື່ອນໄຂດີທີ່ສຸດເພື່ອຮັບໃຊ້ບັນດາລາຍການຂອງກອງປະຊຸມ.
ຮັບປະກັນຄວາມປອດໄພໃຫ້ແກ່ກອງປະຊຸມສຸດຍອດ GMS 6  ແລະກອງປະຊຸມສຸດຍອດ CLV 10 - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກວດກາຄືນວຽກງານການກະກຽມກອງປະຊຸມ ສຸດຍອດ GMS 6 ແລະ CLV 10
(ພາບ:VGP)

 ຕອນຄ່ຳວັນທີ 27 ມີນາ, ທີ່ຫໍປະຊຸມແຫ່ງຊາດ ຮ່າໂນ້ຍ (ຫວຽດນາມ), ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານຊ້ອມການກະກຽມໃຫ້ແກ່ກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS) ຄັ້ງທີ 6 ແລະ ກອງປະຊຸມສຸດຍອດການຮ່ວມມືເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ (CLV) ຄັ້ງທີ 10 ເຊິ່ງຈະໄດ້ດຳເນີນໃນລະຫວ່າງວັນທີ 29 – 31 ມີນາ.

        ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຢືນຢັນ ເຖິງຄວາມສຳຄັນຂອງສອງເຫດການຫຼາຍຝ່າຍຂະໜາດໃຫຍ່ທີ່ໄດ້ຈັດຕັ້ງຢູ່ຫວຽດນາມໃນປີ 2018, ພ້ອມທັງສະເໜີໃຫ້ບັນດາກຳລັງປ້ອງກັນຄວາມສະຫງົບ ສ້າງແຜນງານກ່ຽວກັບການເປີດທາງການຈາລະຈອນໃຫ້ລະອຽດ, ຮັບປະກັນຄວາມປອດໄພໃຫ້ແກ່ຍານພາຫະນະຮັບໃຊ້ກອງປະຊຸມ ແລະ ບັນດາລາຍການເຄື່ອນໄຫວຢູ່ນອກກອງປະຊຸມ. ບັນດາກຳລັງປ້ອງກັນຄວາມສະຫງົບຕ້ອງເປັນເຈົ້າການສົບທົບກັນຢ່າງແໜ້ນແຟ້ນ, ເສີມຂະຫຍາຍນ້ຳໃຈຄວາມຮັບຜິດຊອບ,  ຍົກສູງສະຕິລະວັງຕົວ, ກະກຽມເງື່ອນໄຂດີທີ່ສຸດເພື່ອຮັບໃຊ້ບັນດາລາຍການຂອງກອງປະຊຸມ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ສະເໜີໃຫ້ບັນດາອະນຸກຳມະການ, ຄະນະເລຂາ ແລະ ບັນດາກະຊວງ, ຂະແໜງການກ່ຽວຂ້ອງ ສຸມໃສ່ວຽກງານບຸລິມະສິດ, ກະກຽມບັນດາວິທີການຈັດຕັ້ງ, ການຕ້ອນຮັບ, ສື່ມວນຊົນ, ພະລາທິການ, ການປ້ອງກັນຄວາມສະຫງົບ, ສາທາລະນະສຸກ ແລະ ບັນດາວີທີການສຳຮອງອື່ນໆ ໃຫ້ຮອບຄອບຖີ່ຖ້ວນ, ຮັບປະກັນໃຫ້ບັນດາການເຄື່ອນໄຫວໄດ້ດຳເນີນໄປຢ່າງລຸລ່ວງ, ສະຫງ່າຜ່າເຜີຍ, ປອດໄພ, ຕອບສະໜອງໄດ້ບັນດາມາດຕະຖານຕາມທຳນຽມຂອງບັນດາກອງປະຊຸມສຸດຍອດ GMS ແລະ ກອງປະຊຸມສຸດຍອດ CLV ບົນພື້ນຖານຄວາມສະຫງ່າຜ່າເຜີຍ, ມີປະສິດທິຜົນ ແລະ ປະຢັດມັດທະຍັດ.


ຕອບກັບ

ຂ່າວ/ບົດ​ອື່ນ