ຮັບປະກັນຄວາມສະຫງົບປອດໄພໃນການເດີນທະເລຢູ່ທະເລຕາເວັນອອກແມ່ນມາດຖານລວມຄວນໄດ້ຮັບເຄົາລົບ

ຮັບປະກັນຄວາມສະຫງົບປອດໄພໃນການເດີນທະເລຢູ່ທະເລຕາເວັນອອກແມ່ນມາດຖານລວມຄວນໄດ້ຮັບເຄົາລົບ - ảnh 1
 ທ່ານ ດຣ Takashi Hosoda ​ແລກປ່ຽນ​ຄວາມ​ເຫັນ​ກັບ
ນັກ​ຂ່າວ​ຂອງ​ສຳ​ນັກ​ຂ່າວສານ ຫວຽດນາມ ປະຈຳ Praha
(ພາບ: TranQuangVinh)

(vovworld) – ​ວັນ​ທີ 21/01, ນັກ​ຂ່າວ​ຂອງ​ສຳ​ນັກ​ຂ່າວສານ ຫວຽດນາມ ປະຈຳ Praha ​ເຊັກ​ໂກ ​ໄດ້​​ແລກປ່ຽນ​ຄວາມ​ເຫັນ​ກັບ ດຣ Takashi Hosoda, ອາຈານສອນ​ຢູ່ມະຫາວິທະຍາ​ໄລສັງ​ລວມ Charles (ສ. ​ເຊັກ​ໂກ), ກ່ຽວກັບຄວາມສຳຄັນຂອງເລື່ອງຮັບປະກັນຄວາມສະຫງົບປອດໄພໃນການເດີນທະເລ, ໃນນັ້ນມີບັນດາສາຍ​ທາງເດີນທະເລສຳຄັນທີ່ຜ່ານທະເລຕາເວັນອອກ. ກ່ຽວກັບຖະແຫຼງການອະທິປະໄຕຂອງ ຈີນ ຢູ່ທະເລຕາເວັນອອກ, ທ່ານ ດຣ Hosoda ຖືວ່າ: ບັກກິ່ງ ຍາມໃດກໍ່ນຳໃຊ້ບັນດາເອກະສານບໍ່ມີລັກສະນະນິຕິ​ກຳ​ນັບແຕ່ກ່ອນມາ​ແລ້ວ ​ແລະ ອີ​ງ​ໃສ່​ເຂົ້າ​ບັນດາບົດ​ປະພັນ​ວັນ​ຄະນະ​ດີ ຫາກບໍ່​ອີງ​ໃສ່​ການ​ປະຕິບັດ​ອະທິປະ​ໄຕ​​ໃນ​ສະພາບ​ການ​ຕົວ​ຈິງ. ບັນດາ​ຄຳ​ຖະ​ແຫຼ​ງການ​ນີ້ ​ແມ່ນ​ໄຮ້​​ເຫດຜົນ, ​ເປັນ​ການທ້າ​ທາຍ​ຢ່າງ​ແຮງ​ເຖິງລະບົບ​ກົດ​ໝາຍ​ສາກົນທີ່​ທັນ​ສະ​ໄໝ ​ແລະ ບັນດາ​ມາດຖານ​ສາກົນ​ກ່ຽວ​ກັບ​ການ​ຖະ​ແຫຼ​ງອະທິປະ​ໄຕ​. ທ່ານ ດຣ Hosoda ​ໃຫ້​ຂໍ້​ສັງ​ເກດ​ວ່າ: ​ເລື່ອງ​ ຈີນ ດຳ​ເນີນ​ການ​ບຸລະນະ ຫຼື ​ເປີດ​ກວາງ​ເນື້ອ​ທີ່​ກໍ່ສ້າງ​ເກາະ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ບັນດາ​ຮາກ​ຖານ​ທະຫານ, ດຳ​ເນີນ​​ການບິນ​ທົດ​ລອງ​ໃນ​ບັນດາ​ເກາະ​ນີ້ ພວມ​ເຮັດ​ໃຫ້​ສະພາບ​ໃນ​ພາກ​ພື້ນເຄັ່ງ​ຕຶງ​​ຂຶ້ນຕື່ມ. ກ່ຽວ​ກັບ​ມາດ​ຕະການ​ແກ້​ໄຂການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ ດຣ Hosoda ຢືນຢັນ​ວ່າ ບັນດາ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​​ໃນ​ພາກ​ພື້ນທັງ​ໝົດ ລ້ວນ​ແຕ່​ຕ້ອງ​ຮັບປະກັນ​ສະພາບ​ແວດ​ລ້ອມ​ແຫ່ງ​ຄວາມ​ສະຫງົບປອດ​ໄພ​ສະຖຽນ​ລະ​ພາບ ​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ ​ແລະ ພັດທະນາ​ເສດຖະກິດ. ມາດ​ຕະການໜຶ່ງ​ດຽວ​ແມ່ນ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນ​ດ້ວຍ​ສັນຕິ​ວິທີ ບໍ່​ພຽງ​ແຕ່​ຮັບຮອງ​ເອົາ​ກົນ​ໄກ 2 ຝ່າຍ​ເທົ່າ​ນັ້ນ ຫາກ​ນັບ​ເຖິງບັນດາ​ກົນ​ໄກຫລາຍຝ່າຍ​ຄື ອາ​ຊຽນ ຫຼື ສະ​ຫະປະຊາ​ຊາດອີກ​ດ້ວຍ.

ຂ່າວ/ບົດ​ອື່ນ