ຮັບປະກັນຄວາມເປັນລະບຽບຮຽບຮ້ອຍແລະປອດໄຟທາງຄົມມະນາຄົມໃນສັບປະດາຂັ້ນສູງ APEC 2017

(VOVWORLD) -ທ່ານພັນເອກ ເລວັນຕາມ, ຫົວໜ້າຕຳຫຼວດນະຄອນດ່ານັ້ງ ໃຫ້ຮູ້ວ່າ: ເພື່ອຮັບປະກັນຄວາມປອດໄພໃຫ້ສັບປະດາ APEC 2017 ທີ່ຈະດຳເນີນໃນລະຫວ່າງວັນທີ 06 – 11 ພະຈິກ

ຮັບປະກັນຄວາມເປັນລະບຽບຮຽບຮ້ອຍແລະປອດໄຟທາງຄົມມະນາຄົມໃນສັບປະດາຂັ້ນສູງ APEC 2017 - ảnh 1ນະຄອນດ່ານັ້ງ

(ພາບປະກອບ: TTXVN)

ໃນຊຸມມື້ຈະມາເຖິງ, ກຳລັງຕຳຫຼວດຈະລາຈອນນະຄອນຈະສືບຕໍ່ກວດກາບັນດາຂໍ້ຄົງຄ້າງເພື່ອມີມາດຕະການແກ້ໄຂດີທີ່ສຸດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງຄົມມະນາຄົມ, ສ້າງພາບພົດອັນດີງາມໃຫ້ແກ່ເພື່ອນມິດສາກົນ. ກຳລັງຕຳຫຼວດຈະລາຈອນ ໄດ້ສົມທົບກັບກຳລັງກວດກາທາງຄົມມະນາຄົມ, ເພີ່ມທະວີການລາດຕາເວນ, ຄວບຄຸມ, ແກ້ໄຂບັນດາກໍລະນີລະເມີດຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງຄົມມະນາຄົມ. ໄລ່ຮອດວັນທີ 06 ຕຸລາ, ບັນດາຂອດກະກຽມ, ການປະສານສົມທົບວຽກງານກັນລະຫວ່າງບັນດາກຳລັງປະກອບອາວຸດ, ບັນດາພະແນກ, ຄະນະ, ຂະແໜງການທີ່ກ່ຽວຂ້ອງ ພວມຮີບເຮັ່ງປະຕິບັດໄລຍະສຸດທ້າຍໃຫ້ສຳເລັດໂດຍໂວ.


ຕອບກັບ

ຂ່າວ/ບົດ​ອື່ນ