ຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ

(VOVWORLD  ເພື່ອປະຕິບັດສຳເລັດການຫັນປ່ຽນພະລັງງານປະກອບສ່ວນສຳຄັນໃນການຕອບສະໜອງເປົ້າໝາຍຫລຸດອາຍພິດລົງເປັນລະດັບ 0 ໃນປີ 2050
ຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ:baochinhphu.vn)

ຕອນເຊົ້າວັນທີ 2 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ເປັນປະທານກອງປະຊຸມສຳຫຼວດກວດກາ “ແຜນການສັງລວມ ກ່ຽວກັບພະລັງງານແຫ່ງຊາດໄລຍະ 2021 – 2023, ວິໄສທັດຮອດປີ 2050”. ພະລັງງານແຫ່ງຊາດທີ່ເຕື້ອງເຖິງໃນແຜນຮ່າງ, ເຊິ່ງລວມມີ: ຖ່ານຫີນ, ນ້ຳມັນ, ອາຍແກັດ, ພະລັງງານທົດແທນ ແລະ ໄຟຟ້າ.

ເພື່ອປະຕິບັດສຳເລັດການຫັນປ່ຽນພະລັງງານປະກອບສ່ວນສຳຄັນໃນການຕອບສະໜອງເປົ້າໝາຍຫລຸດອາຍພິດລົງເປັນລະດັບ 0 ໃນປີ 2050, ແຜນຮ່າງໄດ້ວາງເປົ້າໝາຍອັດຕາສ່ວນພະລັງງານທົດແທນໃນຍອດຈຳນວນພະລັງງານພື້ນຖານແຕ່ 15 – 20% ໃນໄລຍະປີ 2030 ແລະ ກຳນົດທິດບັນລຸລະດັບ 80  - 85% ໃນປີ 2050. ພິເສດ, ສ້າງລະບົບຊີວະພາບອຸດສາຫະກຳພະລັງງານສັງລວມ ໂດຍອີງໃສ່ພະລັງງານທົດແທນ, ສູ້ຊົນຮອດປີ 2030, ສ້າງຕັ້ງ ແລະ ພັດທະນາສູນພະລັງງານສະອາດຈຳນວນໜຶ່ງ.

ເມື່ອຍົກອອກຄຳເຫັນສະຫລຸບທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີວ່າ ກະຊວງອຸດສາຫະກຳ, ການຄ້າ ໄດ້ຕີລາຄາລະອຽດກວ່າອີກກ່ຽວກັບສະພາບການປະຕິບັດການຫັນປ່ຽນພະລັງງານໃນໄລຍະຜ່ານມາ, ອັບເດດ ບັນດາຄຳໝັ້ນສັນຍາຂອງ ຫວຽດນາມ. ທ່ານກ່າວວ່າ:

“ຄວນຄົ້ນຄ້ວາການນຳໃຊ້ບັນດາແຫຼ່ງພະລັງງານໃໝ່, ຄື: hydrogen, amoniac, ໄຟຟ້າ ນິວເຄຼຍ… ໃນການວາງແຜນ, ພວກເຮົາຍັງບໍ່ທັນໄດ້ຄິດໄລ່ເຖິງແຫຼ່ງພະລັງງານທີ່ພວກເຮົາສາມາດເຮັດໄດ້. ຕົວຢ່າງຄື: ແຫຼ່ງພະລັງງານຈາກຄື້ນຟອງທະເລ, ໄຟຟ້າຄວາມຮ້ອນ… ເປັນຫຍັງຄຶພວກເຮົາບໍ່ຄົ້ນຄ້ວາເພື່ອລົງທຶນ? ຂ້າພະເຈົ້າຄິດວ່າ ນີ້ແມ່ນບັນດາແຫຼ່ງພະລັງງານທີ່ອຸດົມສົມບູນໃນອະນາຄົດ”.

ຕອບກັບ

ຂ່າວ/ບົດ​ອື່ນ