ຮັບປະກັນຈຸດໝາຍພັດທະນາເສດຖະກິດ-ສົງຄົມໃນຊຸມເດືອນທ້າຍປີ

       ຮັບປະກັນຈຸດໝາຍພັດທະນາເສດຖະກິດ-ສົງຄົມໃນຊຸມເດືອນທ້າຍປີ - ảnh 1

(vovworld)- ມະ​ຕິ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ປະ​ຈຳ​ເດືອນ 10 ຂອງ​ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ຮັບ​ການ​ເຊັນ​ປະ​ກາດ​ໃຊ້​ຈາກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເມື່ອ​ວັນ​ທີ 4/11 ຊຶ່ງ​ໃນ​ນັ້ນ, ເນັ້ນ​ໜັກ​ເຖິງ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ທຽງ​ດ້ານ​ອັດ​ຕາ​ແລກປ່ຽນ​ເງິນ​ຕາ ແລະ ການ​ຊຳ​ລະ​ຂອງ​ລະ​ບົບ​ທະ​ນາ​ຄານ. ລັດ​ຖະ​ບານ​ໄດ້​ສະ​ເໜີ​ບັນ​ດາ​ກະ​ຊວງ, ອົງ​ການ, ທ້ອງ​ຖິ່ນ​ຕ່າງໆ​ເລັ່ງ​ໃສ່​ປົວ​ແປງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ ດຳ​ເນີນ​ທຸ​ລະ​ກິດ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ, ຄວບ​ຄຸມ​ຄຸນ​ນະ​ພາບ​ຂອງ​ສິນ​ເຊືອ, ຕິດ​ຕາມ​ຢ່າງ​ໃກ້​ຊິດ​ການ​ຜັນ​ແປ​ຂອງ​ໜີ້​ເສຍ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ທຽງ​ດ້ານ​ອັດ​ຕາ​ແລກປ່ຽນ​ເງິນ​ຕາ ແລະ ການ​ຊຳ​ລະ​ຂອງ​ລະ​ບົບ​ທະ​ນາ​ຄານ, ພິ​ເສດ​ແມ່ນ​ຍາມ​ທ້າຍ​ປີ, ຄວບ​ຄຸມ​ເງິນ​ເຟີ້​ໂດຍ​ພື້ນ​ຖານ. ສະ​ເພາະກະ​ຊວງ​ແຜນ ແລະ ການ​ລົງ​ທຶນ​ຕ້ອງ​ຮັບ​ຜິດ​ຊອບ​ການ​ສ້າງ ແລະ ນຳ​ສະ​ເໜີ​ກົນ​ໄກ, ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ, ສົ່ງ​ເສີມຍູ້​ແຮງ​ການ​ດຶງ​ດູດ​ເງິນ​ລົງ​ທຶນຂອງ​ຕ່າງ​ປະ​ເທດ​ຈາກ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ນາໆ​ຊາດ, ບັນ​ດາ​ວິ​ສາ​ຫະ​ກິດຂະ​ໜາດ​ນ້ອຍ ແລະ ກາງ​ທີ່​ມີ​ກຳ​ລັງ​ບົ່ມ​ຊ້ອນ.
ຂ່າວ/ບົດ​ອື່ນ