ຮັບປະ​ກັນ​ຊີ​ວິດ​ສັງ​ຄົມ, ດູ​ແລ​​ເບິ່ງ​ແຍງຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນ​ໄລ​ຍະ​ທີ່​ເກີດ​ໂລກ​ລະ​ບາດ Covid – 19

(VOVWORLD) -ວັນທີ 1 ເມສາ, ລັດຖະບານໄດ້ປະກາດບ້ວງເງິນໜູນຊ່ວຍຜູ້ອອກແຮງງານ, ຮັບປະກັນຊີວິດສັງຄົມເພື່ອຮັບມືກັບບັນດາຜົນກະທົບຫຍໍ້ທໍ້ຂອງໂລກລະບາດ Covid – 19. 
ຮັບປະ​ກັນ​ຊີ​ວິດ​ສັງ​ຄົມ, ດູ​ແລ​​ເບິ່ງ​ແຍງຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນ​ໄລ​ຍະ​ທີ່​ເກີດ​ໂລກ​ລະ​ບາດ Covid – 19 - ảnh 1ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເປັນປະທານກອງປະຊຸມຄະນະປະຈຳລັດຖະບານປະຈຳເດືອນມີນາ  (ພາບ: VGP)

ທ່ານດ່າວງອັກຢຸງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະແລະສັງຄົມຫວຽດນາມໃຫ້ຮູ້ວ່າຄາດຄະເນວ່າຈະມີເປົ້າໝາຍນະໂຍບາຍແລະຜູ້ອອກແຮງງານເກືອບ 20 ລ້ານຄົນໄດ້ຮັບເງິນຈາກບ້ວງເງິນໜູນຊ່ວຍເຊິ່ງຄາດວ່າຈະປະມານ 61.580 ຕື້ດົ່ງ.

        ບ້ວງເງິນໜູນຊ່ວຍລວມມີ: 6 ເນື້ອໃນໜູນຊ່ວຍໂດຍກົງເປັນເງິນສົດຫຼືຜ່ານທະນາຄານນະໂຍບາຍເພື່ອໃຫ້ວິສາຫະກິດກູ້ຢືມຈ່າຍເງິນເດືອນໃຫ້ແກ່ຜູ້ອອກແຮງງານ, 2 ນະໂຍບາຍໜູນຊ່ວຍພິເສດກ່ຽວຂ້ອງເຖິງການແກ່ຍາວເວລາຈ່າຍຄ່າປະກັນໄພສັງຄົມ, ການແກ່ຍາວເວລາ, ຍົກເວັ້ນການຈ່າຍປະກັນໄພວ່າງງານ. ກ່ອນໜ້ານັ້ນ, ທີ່ກອງປະຊຸມຄະນະປະຈຳລັດຖະບານໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການປະກັນຊີວິດສັງຄົມໃນໄລຍະເກີດໂລກລະບາດ Covid – 19, ໃນວັນທີ 31 ມີນາ, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເນັ້ນໜັກວ່າ:

ຕ້ອງຮັບປະກັນໃຫ້ໄດ້ 4 ຫຼັກການໃນການໜູນຊ່ວຍ, ທີ 1 ແມ່ນໜູນຊ່ວຍບັນດາເປົ້າໝາຍທີ່ໄດ້ຮັບຜົນສະທ້ອນຈາກໂລກລະບາດ Covid 19 ເຮັດໃຫ້ລາຍຮັບຫຼຸດລົງຢ່າງແຮງ, ວ່າງງານ, ຂາດວຽກເຮັດງານທຳ, ບໍ່ຮັບປະກັນໄດ້ການດຳລົງຊີວິດຂັ້ນຕ່ຳສຸດ. ທີ 2 ແມ່ນໜູນຊ່ວຍຕາມຫຼັກການແບ່ງປັນ, ທັງຜູ້ອອກແຮງງານ, ປະຊາຊົນ, ວິສາຫະກິດລ້ວນແຕ່ໄດ້ຮັບຜົນສະທ້ອນແລະລັດກໍ່ແບ່ງປັນເພື່ອຮັປະກັນຄ່າຄອງຊີບພື້ນຖານຂັ້ນຕ່ຳສຸດ. ຫຼັກການທີ 3 ແມ່ນອຳນາດການປົກຄອງຂັ້ນຮາກຖານ, ອົງການຄຸ້ມຄອງລັດ, ອົງການທີ່ມີໜ້າທີ່ກ່ຽວຂ້ອງມີຄວາມຮັບຜິດຊອບໃນການກຳນົດເປົ້າໝາຍໄດ້ຮັບການໜູນຊ່ວຍຢ່າງືກຕ້ອງ, ຮັປະກັນຄວາມເປີດເຜີຍ, ໂປ່ງໃສ, ບໍ່ໃຫ້ເກີດປະກົດການຫຍໍ້ທໍ້. ອີກຫຼັກການໜຶ່ງແມ່ນວິສາຫະກິດມີຄວາມຮັບຜິດຊອບຕໍ່ສັງຄົມແລະປະຊາຊົນ, ຄືຫຼຸດຄ່າໄຟຟ້າ, ຄ່ານ້ຳປະປາ, ຄ່າອິນເຕີແນັດ, ຄ່າໂທລະຄົມມະນາຄົມລົງແລະບັນດາວິສາຫະກິດຕ້ອງມີຄວາມຮັບຜິດຊອບຮັກສາຜູ້ອອກແຮງງານໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ