ຮັບປະກັນຊີວິດສັງຄົມແມ່ນບັນຫາຈຸດສຸມໃນແຜນຍຸດທະສາດພັດທະນາປະເທດຊາດ

ຮັບປະກັນຊີວິດສັງຄົມແມ່ນບັນຫາຈຸດສຸມໃນແຜນຍຸດທະສາດພັດທະນາປະເທດຊາດ - ảnh 1
ທ່າ​ນ​ນາງ ຫງວຽນ​ທິຢ​ວານ ຮອງ​ປະ​ທານ​ປະ​ເທດ ​ກ່າວ​ຄຳ​ເຫັນ
 ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ວຽກງານ​ສັງ​ຄົມ​ໂລກ
(ພາບ: HaNam)

(vovworld) - ​​​ ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ແມ່ນ​ບັນ​ຫາ​ຈຸດ​ສຸມ​ໃນ​ແຜນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ປະ​ເທດ​ຊາດ. ທ່າ​ນ​ນາງ ຫງວຽນ​ທິຢ​ວານ ຮອງ​ປະ​ທານ​ປະ​ເທດ ​ໄດ້ຢືນຢັນ​ ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ວຽກງານ​ສັງ​ຄົມ​ໂລກ (12/11) ຄັ້ງ​ທີ 18 ດ້ວຍ​ຫົວ​ຂໍ້ “ ​ວຽກ​ງານ​ສັງ​ຄົມ​ຫວຽດ​ນາມ-ສິ່ງ​ທ້າ​ທາຍ​ທີ່​ມີ​ລັກ​ສະ​ນະ​ອາ​ຊີບ​ຕໍ່​ໜ້າ​ຄວາມ​ຕ້ອງ​ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ ”, ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 11/11 ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ນາງ ຫງວຽນ​ທິຢ​ວານ ຮອງ​ປະ​ທານ​ປະ​ເທດ ຢືນຢັນ​ວ່າ: ສຳ​ລັບ​ຫວຽດ​ນາມ, ​ວຽກ​ງານ​ສັງ​ຄົມ​ມີ​ຄວາມ​ໝາຍ​ຢ່າງ​ໃຫຍ່​ຫຼວງ, ນຳ​​ຫວຽດ​ນາມ​ຈາກ​ປະ​ເທດ​ທີ່​ທຸກ​ຍາກ​ບືນ​ຕົວ​ຂຶ້ນ​ກາຍ​ເປັນ​ປະ​ເທດ​ແບບ​ຢ່າງ​ຂອງ​ໂລກ ​ກ່ຽວ​ກັບ​ການປະ​ຕິ​ບັດ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ ແລະ ບັນ​ລຸ​ໄດ້ຫຼາຍ​ຜົນ​ງານ​ທີ່​ພົ້ນ​ເດັ່ນ ​ທາງດ້ານ​ເສດ​ຖະ​ກິດ, ສັງ​ຄົມໃນ​ໄລ​ຍະ​ປ່ຽນ​ໃໝ່​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ. ທ່ານນາງຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ສະ​ເໜີ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ແຮ​ງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ຄວນ​ປຸກລະ​ດົມ​ແຫຼ່ງ​ກຳ​ລັງ​ຂອງ​ທົ່ວ​ປວງ​ຊົນ​ປະ​ກອບ​ສ່ວນ​ໃຫ້​ແກ່​​ວຽກງານ​ສັງ​ຄົມ.

        ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ Jesper Moller, ຮອງ​ຫົວ​ໜ້າ​ຜູ້​ຕາງ​ໜ້າ​ກອງ​ທຶນ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ເດັກ​ນ້ອຍ ປະ​ຈຳ​ຫວຽດ​ນາມ, ໃຫ້​ຂໍ້​ສັງ​ເກດ​ວ່າ: ຫວຽດ​ນາ​ມມີ​ບາດ​ກ້າວ​ໃຫຍ່​ໃນ​ການ​ພັດ​ທະ​ນາ​ອາ​ຊີບ ​ເຮດ​ວຽກ​ງານ​ສັງ​ຄົມ. Unicef ຍາມ​ໃດ​ກໍ່​ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ຄຽງ​ບ່າ​ຄຽງ​ໄຫຼ່​ພ້ອມ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຈັດ​ຕັ້ງ​ຢູ່​ຫວຽດ​ນາມ ເພື່ອ​ພັດ​ທະ​ນາ ອາ​ຊີບ ​ເຮັດ​ວຽກ​ງານ​ສັງ​ຄົມ.

 

ຂ່າວ/ບົດ​ອື່ນ