ຮັບປະກັນຊີວິດສັງຄົມແລະຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃນວຽກງານລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ

ຮັບປະກັນຊີວິດສັງຄົມແລະຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃນວຽກງານລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ - ảnh 1
(ພາບປະກອບ)

(vovworld) – ດ້ວຍ​ສານ​ທີ່​ວ່າ “ຮັບປະກັນ​ຊີວິດ​ສັງຄົມ ​ແລະ ກະສິກ​ຳ: ລົບ​ລ້າງ​ຄວາມທຸກ​ຍາກ”, ​​ຫົວ​ຂໍ້​ຂອງ​ວັນ​ສະບຽງອາຫານ​ໂລກ 16/10/2015 ​ໄດ້​ເນັ້ນ​ໜັກ​​ເຖິງ​ບົດບາດ​ພິ​ເສດ​ຂອງ​ລະບົບ​ຮັບປະກັນ​ຊີວິດ​ສັງຄົມ​​ໃນ​ພາລະກິດ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມ​ທຸກ​ຍາກ, ຮັບ​ປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ ​ແລະ ​ໂພຊະ​ນາ​ການ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ເພື່ອ​ພັດທະນາ​​ແບບ​ຍືນ​ຍົງ, ພິ​ເສດ​ແມ່ນ​ຢູ່​ເຂດ​ຊົນນະບົດ​. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ທ່ານ Jong Ha Bae, ຫົວໜ້າ​ຜູ້ຕາງໜ້າ​ອົງ​ການ​ສະ​ບຽງ​ອາ​ຫານ ແລະ ກະ​ສິ​ກຳ​ສະ​ຫະ​ປະ​ຊາ​ຊາດ (FAO) ປະ​ຈຳ ຫວຽດ​ນາມ, ​ໃຫ້​ຂ້ໍ​ສັງ​ເກດວ່າ.

      “​ໃນ​ 3 ທົດ​ສະ​ວັດ​ຜ່ານ​ມາ, ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ພົ້ນ​ເດັ່ນ ກ່ຽວ​ກັບກາ​ນລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ສິ່ງ​ນີ້​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ປະຊາ​ຄົມ​ສາກົນ. ລັດຖະບານ​ຫວຽດນາມ ​ໄດ​້ມີ​ຄວາມ​ມານະ​ພະຍາຍາມ​ ​ແລະ ນະ​ໂຍບາຍ​​ບຸລິມະສິດ​ສຳ​ລັບ​ວຽກ​ງານລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ. ບັນດາ​ອົງການ​ຂອງ​ສະຫະ​ປະຊາ​ຊາດ ​ໃນ​ນັ້ນ​ມີ​ອົງການ FAO ​ໄດ້​ຖື​ນີ້​ແມ່ນ​ຈຸດ​ສຸ​ມຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ພ້ອມ​ກັບ​ລັດຖະບານ​ຫວຽດນາມ ​​ເພື່ອ​ແກ້​ໄຂສະພາບ​ນີ້.”

ຂ່າວ/ບົດ​ອື່ນ