ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ລະ​ຫວ່າງວິ​ສາ​ຫະ​ກິດ ແລະ ຜູ້​ຊື້​ປະ​ກັນ​ໄພໃຫ້​ກົມ​ກຽວ

(VOVWORLD) -ຕອນເຊົ້າວັນທີ 22 ມີນາ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາ, ດັດປັບຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພ (ສະບັບປັບປຸງ). 
ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ລະ​ຫວ່າງວິ​ສາ​ຫະ​ກິດ ແລະ ຜູ້​ຊື້​ປະ​ກັນ​ໄພໃຫ້​ກົມ​ກຽວ - ảnh 1ກອງປະຊຸມເທື່ອທີ່ 9 (ພາບ: TTXVN)

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມເທື່ອທີ່ 9, ຕອນເຊົ້າວັນທີ 22 ມີນາ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາ, ດັດປັບຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພ (ສະບັບປັບປຸງ). ນີ້ແມ່ນຮ່າງກົດໝາຍໂດຍສະພາແຫ່ງຊາດຊຸດທີ XV ປຶກສາຫາລື, ປະກອບຄຳເຫັນໃນກອງປະຊຸມສະໄໝສາມັນເທື່ອທີ 2. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຖືວ່າ ຮ່າງກົດໝາຍຄວນພິຈາລະນາເຂົ້າໃກ້ກັບທຳນຽມສາກົນ ແລະ ບັນດາສັນຍາ, ຄຳໝັ້ນສັນຍາສາກົນສະບັບຕ່າງໆ, ຮັບປະກັນລັກສະນະເປີດເຜີຍ, ໂປ່ງໃສ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຂອງຕະຫຼາດປະກັນໄພ. ທັດສະນະຂອງ ຫວຽດນາມ ແມ່ນຍາມໃດກໍຍູ້ແຮງລະດັບຄວາມໄວໃນການເຕີບໂຕການບໍລິການທີ່ມີມູນຄ່າເພີ່ມສູງຄື ດ້ານການເງິນ - ທະນາຄານ, ປະກັນໄພ, logistic.  ທ່ານປະທານສະພາແຫ່ງຊາດ ກໍເອົາໃຈໃສ່ເຖິງການສືບຕໍ່ສຳຫຼວດກວດຄືນ ແລະ ເຮັດແຈ້ງຂໍ້ກຳນົດກ່ຽວກັບສັນຍາປະກັນໄພ ເພື່ອຮັບປະກັນທັງສອດຄ່ອງກັບຫຼັກການລວມ ກ່ຽວກັບສັນຍາຕາມຂໍ້ກຳນົດຂອງປະມວນກົດໝາຍແພງ ຮັບປະກັນລັກສະນະພິເສດສະເພາະຂອງການເຄື່ອນໄຫວດຳເນີນທຸລະກິດປະກັນໄພໃນການປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຂອງທຸກຝ່າຍ, ເປັນຕົ້ນແມ່ນໃນເມື່ອຜູ້ຊື້ປະກັນໄພ ແລະ ຜູ້ຊົມໃຊ້ ແມ່ນສອງເປົ້າໝາຍທີ່ແຕກຕ່າງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ