ຮັບປະກັນລາຄາ, ຄວາມເປັນລະບຽບ ຮຽບຮ້ອງທາງສັງຄົມ ເນື່ອງໃນໂອກາດ ບຸນເຕັດປີມະເມຍ2014

ຮັບປະກັນລາຄາ, ຄວາມເປັນລະບຽບ ຮຽບຮ້ອງທາງສັງຄົມ ເນື່ອງໃນໂອກາດ ບຸນເຕັດປີມະເມຍ2014 - ảnh 1
ພາບປະກອບ

(vovworld) – ຮັບ​ປະກັນ​ລາຄາ,ຄວາມ​ເປັນ​ລະບຽບ​ຮຽບຮ້ອງ​ທາງ​ສັງຄົມ​ເນື່ອງ​​ໃນ​ໂອກາດ​ບຸນປີ​​ໃໝ່ປະຈຳ​ຊາດ​ປະ​ມະ​ເມຍ2014, ນັ້ນແມ່ນຄວາມ​ຮຽກຮ້ອງ​ໃນ​ຄຳ​ສັ່ງ​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ​ບໍລຫານ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ ປີ​ມະ​ເມຍ 2014 ​ໂດຍ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຫາກໍ່ປະກາດ. ຕາມ​ນັ້ນ​ແລ້ວ, ທ່ານ​ນາຍົກລັດຖະມົນຕີສະ​ເໜີບັນດາ​ກະຊວງ, ອົງການ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຕ່າງໆ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ​ສືບ​ຕໍ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສິ່ງ​ຄົງ​ຄ້າງ​ໃນ​ການ​ຜະ​ລິດ, ດຳ​ເນີນ​ທຸລະ​ກິດ, ​ເພີ່​ມທະວີ​ການ​ກວດກາ, ຕິດຕາມ​ກວດກາ​ການ​ປະຕິບັດ​ບັນດາ​ຂໍ້ກຳນົດ​ດ້ານ​ກົດໝາຍ​ກ່ຽວ​ກັບ​ລາຄາ.​​.​.​ ​ໃນ​ຊຸມ​ເດືອນ​ທ້າຍ​ປີ ​ແລະ ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ.

    ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້​ທະນາຄານ​ແຫ່ງ​ລັດ ຫວຽດນາມ ສືບ​ຕໍ່​ປະຕິບັດ​ບັນດາ​ເຄື່ອງມື​ຂອງ​ນະ​ໂຍບາຍ​ເງິນຕາ​ຢ່າງ​ມີ​ໄຫວ​ພິບ ​ແລະ ມີ​ປະສິດທິ​ຜົນ, ປະກອບ​ສ່ວນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຕອບ​ສະໜອງຄວາມຮຽກຮ້ອງ​ຕ້ອງການ​ໃນ​ການພັດທະນາ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ໃນ​ຊຸມ​ເດືອນ​ທ້າຍ​ປີ​ 2013, ຕົ້ນ​ປີ 2014.

    ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ສຸ​ມ​ໃສ່​ຊີ້ນຳພັດທະນາ​ການ​ຜະລິດ​ກະສິກຳ, ຮັບ​ການ​ກັນການ​ຈໍລະ​ຈອນ​​ສິນຄ້າ, ພິ​ເສດ​ແມ່ນ​ປະ​ເພດ​ສິນຄ້າ​ທັນ​ຍາ​ຫານ, ຜັກໝາກ​ໄມ້.​.​. ຮັບປະກັນ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ​ໃນ​ໂອກາດ​ບຸນ​ເຕັດ.

    ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ມີ​ມາດ​ຕະການ​ຈັດ​ຕັ້ງ​ການ​ຂົນ​ສົ່ງ, ​ເພີ່ມ​ທະ​ວີ​ຍານ​ພາ​ຫະນະ​ເພື່ອ​ຮັບ​ໃຊ້​ຕາມ​ຄວາມ​ຕ້ອງການ​ໄປມາ​ຂອງ​ປະຊາຊົນ​ເປັນ​ຢ່າງ​ດີ…

ຂ່າວ/ບົດ​ອື່ນ