ຮັບປະກັນວຽກເຮັດງານທຳແບບຍືນຍົງ, ຍົກລະດັບຊີວິດການເປັນຢູ່, ປົວແປງເງື່ອນໄຂເຮັດວຽກຂອງກຳມະກອນ, ຜູ້ອອກແຮງງານ

(VOVWORLD) -ກໍ່ສືບຕໍ່ຊີ້ນຳການປ່ຽນແປງໃໝ່ຮູບແບບເຕີບໂຕເສດຖະກິດຢ່າງແທດຈິງໃຫ້ສົມກັບຮູບແບບການເຕີບໂຕເສດຖະກິດ-ສັງຄົມກວມລວມ
ຮັບປະກັນວຽກເຮັດງານທຳແບບຍືນຍົງ,  ຍົກລະດັບຊີວິດການເປັນຢູ່, ປົວແປງເງື່ອນໄຂເຮັດວຽກຂອງກຳມະກອນ, ຜູ້ອອກແຮງງານ - ảnh 1(ພາບປະກອບ: TTXVN)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫາກໍ່ປະກາດຄຳສັ່ງກ່ຽວກັບການຮັບປະກັນວຽກເຮັດງານທຳແບບຍືນຍົງ, ຍົກລະດັບຊີວິດການເປັນຢູ່, ປົວແປງເງື່ອນໄຂເຮັດວຽກຂອງກຳມະກອນ, ຜູ້ອອກແຮງງານ. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຈົ່ງສຸມໃສ່ຊີ້ນຳກວດກາຄືນ, ຍູ້ແຮງຄວາມຄືບໜ້າການປະຕິບັດບັນດາໜ້າທີ່ທີ່ກ່ຽວຂ້ອງໂດຍກົງເຖິງການຮັບປະກັນວຽກເຮັດງານທຳແບບຍືນຍົງ, ຍົກລະດັບຊີວິດການເປັນຢູ່, ປົວແປງເງື່ອນໄຂເຮັດວຽກຂອງກຳມະກອນ, ຜູ້ອອກແຮງງານຕາມການຊີ້ນຳຂອງລັດຖະບານ, ນະຍົກລັດຖະມົນຕີ. ພ້ອມກັນນັ້ນ,  ກໍ່ສືບຕໍ່ຊີ້ນຳການປ່ຽນແປງໃໝ່ຮູບແບບເຕີບໂຕເສດຖະກິດຢ່າງແທດຈິງໃຫ້ສົມກັບຮູບແບບການເຕີບໂຕເສດຖະກິດ-ສັງຄົມກວມລວມ; ຈັດຕັ້ງການຜັນຂະຫຍາຍປະຕິບັດບັນດາສັນຍາການຄ້າເສລີລຸ້ນໃໝ່ຢ່າງມີປະສິດທິຜົນ ຕາມບັນດາຂໍ້ມາດຕາເຊິ່ງຫວຽດນາມ ໄດ້ລົງນາມ… ຊ່ວຍໃຫ້ກຳມະກອນ, ຊາວຜູ້ອອກແຮງງານໄດ້ຊົມໃຊ້ບັນດາສິດ ແລະ ເງື່ອນໄຂອອກແຮງງານທີ່ນັບມື້ນັບດີກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ