ຮັບ​ປະ​ກັນ​ສິດ​ຂອງ​ຜູ້​ອອກ​ແຮ​ງ​ງານ ຫວຽດ​ນາມ​ອົບ​ພະ​ຍົບ

(VOVWORLD) -ວັນທີ 15 ມັງກອນ, ຢູ່ຫ໋າຍຟ່ອງ ຫ້ອງວ່າການປະຈຳຄະນະຊີ້ນຳສິດທິມະນຸດລັດຖະບານໄດ້ຈັດ ກອງປະຊຸມສຳມະນາ “ຮັບປະກັນສິດຂອງຜູ້ອອກແຮງງານຫວຽດນາມ ອົບພະຍົບ”. 
ຮັບ​ປະ​ກັນ​ສິດ​ຂອງ​ຜູ້​ອອກ​ແຮ​ງ​ງານ ຫວຽດ​ນາມ​ອົບ​ພະ​ຍົບ - ảnh 1ກອງປະຊຸມສຳມະນາ “ຮັບປະກັນສິດຂອງຜູ້ອອກແຮງງານຫວຽດນາມ ອົບພະຍົບ” (ພາບ: baoquocte.vn)

ກອງປະຊຸມສຳມະນາ ເພື່ອແນໃສ່ຕີລາຄາສະພາບການ, ໝາກຜົນການເຄື່ອນໄຫວຂອງຜູ້ອອກແຮງງານ ໄປເຮັດວຽກຢູ່ຕ່າງປະເທດໃນໄລຍະທີ່ຜ່ານມາຄືນໃໝ່, ຄວາມມານະພະຍາຍາມຂອງ ຫວຽດນາມໃນວຽກງານປ້ອງກັນ, ຕ້ານການຄ້າມະນຸດຜ່ານແຮງງານອົບພະຍົບ, ນະໂຍບາຍກົດໝາຍໃນການຮັບປະກັນສິດຂອງຜູ້ອອກແຮງງານເມື່ອໄປເຮັດວຽກຢູ່ຕ່າງປະເທດ, ພ້ອມທັງປຶກສາຫາລື, ຍົກອອກບັນດາມາດຕະການແກ້ໄຂເພື່ອຮັບປະກັນສິດຂອງຜູ້ອອກແຮງງານອົບພະຍົບໃນໄລຍະຈະມາເຖິງ. ທ່ານ ຫງວຽນຢາລຽມ, ຮອງຫົວໜ້າກົມຄຸ້ມຄອງແຮງງານຕ່າງປະເທດຢັ້ງຢືນວ່າ:

        ໃນໄລຍະທີ່ຜ່ານມາ, ການເຄື່ອນໄຫວຂອງຜູ້ອອກແຮງງານຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຢ່າງເລິກເຊິ່ງ ແລະ ການຊີ້ນຳຢ່າງໃກ້ຊິດຈາກການນຳພັກ, ລັດ, ລັດຖະບານ, ທຸກຂັ້ນ. ໄປຄຽງຄູ່ກັນນັ້ນ, ອົງການສື່ມວນຊົນກໍ່ມີຄວາມເອົາໃຈໃສ່, ຮ່ວມມືເພື່ອໂຄສະນານະໂຍບາຍກົດໝາຍ ແລະ ສະໜອງຂໍ້ມູນຂ່າວກ່ຽວກັບສະພາບຜູ້ອອກແຮງງານໄປເຮັດວຽກຢູ່ຕ່າງປະເທດ, ຕະຫຼາດແຮງງານຢູ່ຕ່າງປະເທດ. ຜ່ານນັ້ນຍົກສູງຄວາມຮັບຮູ້ຂອງ ສັງຄົມ ແລະ ຜູ້ອອກແຮງງານ.

ຕອບກັບ

ຂ່າວ/ບົດ​ອື່ນ