ຮັບປະກັນ​ສິດຜົນປະ​ໂຫຍ​ດ ຂອງ​ຄົນ​ງານ​ຫວຽດນາມ ຢູ່​ມາ​ເລ​ເຊຍ

ຮັບປະກັນ​ສິດຜົນປະ​ໂຫຍ​ດ ຂອງ​ຄົນ​ງານ​ຫວຽດນາມ ຢູ່​ມາ​ເລ​ເຊຍ - ảnh 1

ຄົນ​ງານ​ຫວຽດນາມ ຢູ່ ມາ​ເລ​ເຊຍ

(ພາບ:baotintuc.vn)

( vovworld ) ​ເມື່ອ​ເຕື້ອງ​ເຖິງ​ເລື່ອງ​ກຳມະກອນ​ຫວຽດນາມ ​ຢູ່​ບໍລິສັດ Asmana ຖືກ​ເຊົາ​ວຽກນັ້ນ, ວັນ​ທີ 19/3, ທ່ານ ຫງວນຕຽນ​ຊານ, ທີ່​ປຶ​ກສາ​ສະຖານທູດ​ຫວຽດນາມ ປະຈຳ ມາ​ເລ​ເຊຍ, ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ຄົນ​ງານ ​ແລະ ຜູ້​ຊ່ຽວຊານ​ຕ່າງປະ​ເທດ, ສັງກັດສະຖານທູດ​ຫວຽດນາມ ປະຈຳ ມາ​ເລ​ເຊຍ ຢືນຢັນວ່າ: ຄະນະ​ຄຸ້ມ​ຄອງ​ຄົນ​ງານ ​ແລະ ຜູ້​ຊ່ຽວຊານ​ຕ່າງປະ​ເທດ ພວມ​ສືບ​ຕໍ່​ພົວພັນກັບ​ບັນດາ​ອົງການ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ມາ​ເລ​ເຊຍ ​ເພື່ອຮັບປະກັນ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳມ​ໃຫ້​ຄົນ​ງານ​ຫວຽດນາມ ​ແລະ ຊ່ວຍ​ຈັດສົ່ງ​ຄົນ​ງານ​ມີ​ຄວາມ​ມຸ້ງ​ມາດ​ປາດ​ຖະໜາ​ກັບ​ເມືອ​ປະ​ເທດ​ໂດຍ​ໄວ. ທ່ານຫງວນຕຽນ​ຊານ ​ໃຫ້​ຮູ້​ວ່າ: ​ໃນ​ເດືອນ 6/2010, ບໍລິສັດ​ການ​ຄ້າ​ຫຸ້ນ​ສ່ວນ​ຫວຽດຮ່າ-​ຮ່າ​ຕຶ໋ງ ຫລື VIHATOCO ​ໄດ້​ສົ່ງຄົນ​ງານ​ຫວຽດນາມ 69 ຄົນ​ໄປມາ​ເລ​ເຊຍ ຕາມ​ສັນຍາ​ແຮງ​ງານ​ເຊັນ​ກັບບໍລິສັດ Asmana ຂອງມາ​ເລ​ເຊຍ ​ແຕ່​ຮອດ​ເດືອນ 2/2012, ຈຳນວນ​ຄົນ​ງານ​ເຫຼົ່າ​ນີ້​ຖຶກ​ໃຫ້​ເຊົາ​ວຽກ ຍ້ອນການລະ​ເມີດຂອງບໍລິສັດ Asmana​. ວັນ​ທີ 19/3, ທີ່​ການ​ເຮັດ​ວຽກ​ກັບຄະນະ​ຄຸ້ມ​ຄອງ​ຄົນ​ງານ ​ແລະ ຜູ້​ຊ່ຽວຊານ​ຕ່າງປະ​ເທດ, ສັງກັດສະຖານທູດ​ຫວຽດນາມ, ກົມ​ແຮງ​ງານ​ມາ​ເລ​ເຊຍ ​ໄດ້​ໃຫ້​ຄຳໝັ້ນສັນຍາ​ວ່າ ຈະ​ຈັດການ​ປະຊຸມ​ກັບ​ກົມຄຸ້ມ​ຄອງ​ຄົນ​ເຂົ້າ​ເມືອງ​ໂດຍ​ໄວ ​ເພື່ອ​ດຳ​ເນີນ​ບັນດາ​ລະບຽບ​ການ​ໃຫ້​ຄົນ​ງານ​ທີ່ມີ​ຄວາມມຸ້ງ​ຫວັງ​ຢາກສືບ​ຕໍ່​ເຮັດ​ວຽກ​ຢູ່​ມາ​ເລ​ເຊຍ ​ແລະ ​ເຮັດ​ລະບຽບ​ການ​ໃຫ້​ບັນດາຄົນ​ງານ​ຢາກ​ກັບ​ເມືອ​ປະ​ເທດ. ກົມ​ແຮງ​ງານ​ມາ​ເລ​ເຊຍ ກໍ​ຊີ້​ນຳ​ພະ​ແນ​ກ​ແຮງ​ງານ Pinang ຈົ່ງສົມທົບ​ກັບບັນດາ​ອົງການ​ທີ່​ກ່ຽວຂ້ອງ​ໂດຍ​ໄວ ​ເພື່ອ​ໜູນ​ຊ່ວຍ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງຄົນ​ງານ​ຫວຽດນາມ.

ຂ່າວ/ບົດ​ອື່ນ