ຮັບປະກັນສິດແລະຜົນປະໂຫຍດຖືກກັບກົດໝາຍຂອງວົງຄະນາຍາດຊາວຫວຽດນາມອາໄສຢູ່ຕ່າງປະເທດ

ຮັບປະກັນສິດແລະຜົນປະໂຫຍດຖືກກັບກົດໝາຍຂອງວົງຄະນາຍາດຊາວຫວຽດນາມອາໄສຢູ່ຕ່າງປະເທດ - ảnh 1
ທ່ານ ​ເລ​ຫາຍ​ບີ​ງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ


(vovworld)- ວັນ​ທີ 17/4, ທີ່​ການ​ປະຊຸມ​ຂ່າວ​ປະຈຳ​ເດືອນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ​ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ​ຫວຽດນາມ ຕໍ່​ເລື່ອງ ວັນ​ທີ 16/4, ​ເຮືອ​ບັກຂົນ​ສົ່ງ​ຜູ້​ໂດຍສານ​ຂອງ ສ​ເກົາຫລີ ຖືກ​ຈົມນ້ຳ ຢູ່​ນອກ​ຝັ່ງ​ທະ​ເລ​ພາກ​ໃຕ້​ປະ​ເທດ​ນີ້, ​ເຮັດ​ໃຫ້​ເກືອບ 300 ຄົນ​ຖືກ​ເສຍ​ຊີວິດ ​ແລະ ຫາຍ​ສາບ​ສູນ, ທ່ານ ​ເລ​ຫາຍ​ບີ​ງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຊີ້​ແຈງ​ວ່າ:

“​ພວກ​ຂ້າພະ​ເຈົ້າ​​ມີ​ຄວາມ​ເອົາ​ໃຈ​ໃສ່​ທ່ີ​ສຸດ ​ແລະ ​ເປັນ​ຫ່ວງ​ກັງວົນ​ເມື່ອ​ໄດ້​ຮັບ​ຂ່າວ​ກ່ຽວ​ກັບ​ອຸປະຕິ​ເຫດ​​ເຮືອ​ບັກ​ຂອງ ສ​ເກົາຫລີ ຖືກ​ຈົມ​ນ້ຳ. ຫວຽດນາມ ສົ່ງ​ຄຳ​​ສະ​ແດງ​ຄວາມ​​ເສົ້າ​ສະຫລົດ​ໃຈ​ມາ​ຍັງ​ບັນດາ​ຄອບຄົວ​ຜູ້​ຖືກ​ເຄາະ​ຮ້າຍ ​ແລະ​ຫວັງ​ວ່າ ບັນດາ​ຄວາມ​ມານະ​ພະຍາຍາມ​ກູ້​ໄພ​ກູ້​ຊີບ​ຂອງ​ລັດຖະບານ ສ​ເກົາຫລີ ຈະ​ຊ່ວຍ​ຊອກ​ຫາ​​ໄດ້ບັນດາ​ຜູ້​ປະສົບ​​ເຄາະ​ຮ້າຍ​ທີ່​ຍັງ​ຖືກ​ຫາຍ​ສາບ​ສູນ.”

​ເມື່ອ​ຕອບ​ຄຳ​ຖາມ​ກ່ຽວຂ້ອງ​ເຖິງ​ແຜນ​ນະ​ໂຍບາຍ​ຮັກສາ​ສັນຊາດ​ໃຫ້​ແກ່​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ​ປະມານ 4,5 ລ້ານ​ຄົນ, ​ໃນ​ຈຸດ​ເວລາ​ພຽງ​ກວ່າ 2 ​ເດືອນ​ແມ່ນ​ໝົດ​ເວລາ​ກຳນົດ​ເພື່ອ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ມີ​ຄວາມ​ຕ້ອງການ​ຈົດ​ທະບຽນ​ຮັກສາ​ສັນຊາດ​ຫວຽດນາມ(1/7/2014), ທ່ານ​ເລ​ຫາຍ​ບີ​ງຢືນຢັນ​ວ່າ:

“ລັດຖະທຳ​ມະນູນ​ຫວຽດນາມ ກຳນົດ ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ແມ່ນ​ພາກສ່ວນ​ຫນຶ່ງ​ບໍ່ຕັດ​ແຍກ​ອອກ​ຈາກ​ວົງ​ຄະນາ​ຍາດ​ຊາດ​ຫວຽດນາມ​ໄດ້. ປະຈຸ​ບັນດ ບັນດາ​ອົງການ​ກ່ຽວຂ້ອງ​ພວມ​ຕັ້ງຫນ້າ​ສຳ​ຫລວດ​ກວດກາ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ລະບຽບ​ການ​ຮັກສາ​ສັນຊາດ​ຕາມ​ກົດໝາຍ​ວ່າ​ດ້ວຍ​ສັນຊາດ​ປີ 2008, ວາງ​ອອກ​ບັນດາ​ມາດ​ຕະການ​​ເໝາະ​ສົມ​ກັບ​ສະພາບ​ຕົວ​ຕິງ​ທີ່​ສຸດ, ຮັບປະກັນ​ສິດ ​ແລະ ຜົນ​ປະ​ໂຫຍ​ດຖືກ​ກັບ​ກົດໝາຍ​ຂອງ​ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າ​ງປະ​ເທດ.”

 

ຂ່າວ/ບົດ​ອື່ນ