ຮັບປະກັນສິດແລະສ້າງເງື່ອນໄຂໃຫ້ຄົນພິການບືນຕົວຂຶ້ນ,ປະກອບສ່ວນໃຫ້ສັງຄົມ

ຮັບປະກັນສິດແລະສ້າງເງື່ອນໄຂໃຫ້ຄົນພິການບືນຕົວຂຶ້ນ,ປະກອບສ່ວນໃຫ້ສັງຄົມ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ)

(vovworld) - ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ສະມາຄົມ​ອຸປະ​ກະ​ລະ​ຄົນ​ພິການ ​ແລະ ​ເດັກ​ກຳພ້າ ຫວຽດນາມ ຄັ້ງ​ທີ V (ອາຍຸ​ການ 2017-2022) ທີ່​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ ​ໃນ​ຕອນ​ເຊົ້າ​ວັນ​ທີ 14/4 ນັ້ນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ໄດ້​ຕີ​ລາຄາ​ສູງຄະນະ​ການ​ນຳ, ສະມາຊິກສະມາຄົມ​ອຸປະ​ກະ​ລະ​ຄົນ​ພິການ ​ແລະ ​ເດັກ​ກຳພ້າ ຫວຽດນາມ ​ໃນ​ຕະຫຼອດ 25 ປີຜ່ານມາ ​ໄດ້​ພ້ອມ​ກັບ​ພັກ, ລັດ, ທົ່ວ​ສັງຄົມ ປະຕິບັດ​ການ​ອຸປະ​ກະລະ, ​ເບິ່ງ​ແຍງ​ດູ​ແລ, ຮັບປະກັນ​ສິດ​ຂອງ​ຄົນ​ພິການ, ​ເດັກນ້ອຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ຜ່ານ​ນັ້ນ​ຊ່ວຍ​ສັງຄົມ​ມີ​ການ​ຫັນປ່ຽນ​ຄວາມ​ຮັບ​ຮູ້​ທີ່​ມີ​ຕໍ່ຄົນ​ພິການ, ປະກອບສ່ວນ​ເຂົ້າ​ໃນ​ການ​ຮັບປະກັນ​ຄວາມ​ຍຸຕິ​ທຳ, ຮັບປະກັນ​ຊີວິດ​ສັງຄົມ, ​ເພື່ອ​ຄວາມ​ກ້າວໜ້າ​ລວມຂອງ​ທຸກເພດ:

        “ຂ້າພະ​ເຈົ້າ​ສະ​ເໜີ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ພ້ອມ​ກັບ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ​ສ້າງ​ເງື່ອນ​ໄຂ​ດີກ​ວ່າ​ໃຫ້​​ແກ່​ການ​ເຄື່ອນ​ໄຫວຂອງ​ສະມາຄົມ. ສ້າງ​ເງື່ອນ​ໄຂ​ໃຫ້​ສະມາຄົມ​ເຂົ້າ​ຮ່ວມ​ການ​ສ້າງ​ນະ​ໂຍບາຍ, ຕິດຕາມ​ກວດກາ​ການ​ປະຕິບັດ​ກົດໝາຍ ​ແລະ ບັນດາ​ນະ​ໂຍບາຍ​ຂອງ​ລັດ​ກ່ຽວ​ກັບ​ຄົນ​ພິການ ​ແລະ ​ເດັກນ້ອຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ຂ້າພະ​ເຈົ້າ​ສະ​ເໜີ ​ແລະ ຮຽກຮ້ອງ​ປະຊາ​ຄົມ​ວິ​ສາ​ຫະກິດ ​ແລະ ຊາວ ຫວຽດນາມ ທຸກ​ຄົນ​ ເສີມ​ຂະຫຍາຍ​ມູນ​ເຊື້ອ​ຮັກ​ແພງ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ໜູນ​ຊ່ວຍ ​ແລະ ປົກ​ປ້ອງຄົນ​ພິການ ​ແລະ ​ເດັກນ້ອຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ “.

ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້ໄດ້​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ປະກອບ​ມີ 73 ຄົນ. ທີ່​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ຊຸດ​ທີ V ຄັ້ງ​ທຳ​ອິດ, ທ່ານ ​ເລືອ​ງຟານ​ກື່, ຮອງ​ປະທານ​ສູນ​ກາງ​ສະມາຄົມ​ຊຸດ​ທີ IV ​ໄດ້​ຮັບ​ເລືອກ​ຕັ້ງເປັນ​ປະທານ​ສະມາຄົມ.


ຕອບກັບ

ຂ່າວ/ບົດ​ອື່ນ