ຮັບປະກັນອັດຕາຜູ້ແທນເຂດຊົນເຜົ່າສ່ວນໜ້ອຍ

(VOVWORLD) -ບັນດາຜູ້ແທນໄດ້ສະເໜີສຸມໃສ່ໂຄສະນາເຖິງປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນສຳລັບປະຊາຊົນເຜົ່າສ່ວນໜ້ອຍກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງການເລືອກຕັ້ງ
ຮັບປະກັນອັດຕາຜູ້ແທນເຂດຊົນເຜົ່າສ່ວນໜ້ອຍ - ảnh 1ທີ່ກອງປະຊຸມ
(ພາບ: TTXVN)

ຕອນເຊົ້າວັນທີ 05 ມີນາ, ຢູ່ຮ່າໂນ້ຍ, ສະພາຊົນເຜົ່າ ແລະ ຄະນະກຳມະການຊົນເຜົ່າໄດ້ຈັດກອງປະຊຸມ “ຜັນຂະຫຍາຍແຜນການວຽກງານຂໍ້ມູນຂ່າວສານ, ໂຄສະນາການເລືອກຄັ້ງສະມາຊິກສະພາແຫ່ງຊາດຫວຽດນາມ ຊຸດທີ 15 ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ສຳລັບເຂດຊົນເຜົ່າສ່ວນໜ້ອຍ”.

        ບັນດາຜູ້ແທນໄດ້ສະເໜີສຸມໃສ່ໂຄສະນາເຖິງປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນສຳລັບປະຊາຊົນເຜົ່າສ່ວນໜ້ອຍກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງການເລືອກຕັ້ງ; ພ້ອມກັນນັ້ນ, ໂຄສະນາເພື່ອຮັບປະກັນໃຫ້ບັນລຸອັດຕາຜູ້ແທນເຂດຊົນເຜົ່າສ່ວນໜ້ອຍ. ທ່ານຮອງຫົວໜ້າສະພາຊົນເຜົ່າຂອງສະພາແຫ່ງຊາດ ຫງວຽນເລິນແທັ່ງ, ຖືວ່າ.

        “ວຽກງານໂຄສະນາສື່ສານເພື່ອໃຫ້ປະຊາຊົນສະໜັບສະໜູນ, ປະຕິບັດສິດ, ພັນທະ, ໜ້າທີ່ຄວາມຮັບຜິດຊອບຂອງພົນລະເມືອງເປັນຜູ້ແທນ. ໂຄສະນາເພື່ອເຮັດແນວໃດໃຫ້ປະຊາຊົນຊາວເຜົ່າສ່ວນໜ້ອຍມີຄວາມເຂົ້າໃຈກ່ຽວກັບຂັ້ນຕອນລະບຽບການ, ບໍ່ລະເມີດ. ພ້ອມກັນນັ້ນ, ກຳແໜ້ນມາດຕະຖານ, ເງື່ອນໄຂທີ່ຈຳເປັນສຳລັບສະມາຊິກສະພາແຫ່ງຊາດ ກໍຄືສະພາປະຊາຊົນທຸກຂັ້ນ, ເພື່ອເລືອກເອົາຜູ້ແທນດີເດັ່ນ”.

ຕອບກັບ

ຂ່າວ/ບົດ​ອື່ນ