ຮັບປະກັນເລື່ອງຈ່າຍ, ຊົມໃຊ້ການປະກັນສັງຄົມໃຫ້ຜູ້ອອກແຮງງານອົບພະຍົບ

(VOVWORLD) - ຕອນເຊົ້າວັນທີ 20 ສິງຫາ, ທີ່ຮ່າໂນ້ຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ເປັນປະທານຈັດຕັ້ງກອງປະຊຸມເຈົ້າໜ້າທີ່ອາວຸໂສກ່ຽວກັບການຮ່ວມມືແຮງງານ ກຳປູເຈຍ - ລາວ - ມຽນມາ - ໄທ ແລະ ຫວຽດນາມ (CLMTV) ຄັ້ງທີ 4

ດ້ວຍຫົວຂໍ້ວ່າ “ຮັບປະກັນຊີວິດສັງຄົມ: ລັກສະນະຮ່ວມສຳພັນຂອງປະກັນສັງຄົມໃຫ້ຊາວຜູ້ອອກແຮງງານອົບພະຍົບໃນ CLMTV”.

        ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ສະຖານບັນຄົ້ນຄວ້າ ແລະ ບັນດາອົງການທີ່ກ່ຽວຂ້ອງເຖິງຂົງເຂດປະກັນສັງຄົມຢູ່ ຫວຽດນາມ; ຜູ້ຕາງໜ້າບັນດາອົງການຮັບຜິດຊອບກ່ຽວກັບປະກັນສັງຄົມປະເທດ ກຳປູເຈຍ - ລາວ - ມຽນມາ - ໄທ, ອົງການແຮງງານສາກົນ (ILO) ແລະ ຄະນະເລຂາ ອາຊຽນ…

        ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຢວານເມົ້າຢ້ຽບ ຕີລາຄາສູງລັດຖະບານ ໄທ ທີ່ໄດ້ຍົກອອກຂໍ້ລິເລີ່ມການຈັດຕັ້ງກອງປະຊຸມຂັ້ນລັດຖະມົນຕີ ແລະ ຂັ້ນອາວຸໂສລະຫວ່າງ 5 ປະເທດ. ສິ່ງນີ້ຊ່ວຍ 5 ປະເທດ ກຳປູເຈຍ - ລາວ - ມຽນມາ - ໄທ - ຫວຽດນາມ ເພີ່ມທະວີວຽກງານຄຸ້ມຄອງຊາວຜູ້ອອກແຮງງານອົບພະຍົບລະຫວ່າງບັນດາປະເທດເວົ້າລວມ, ແຮງງານເຂດຊາຍແດນລະຫວ່າງ 5 ປະເທດເວົ້າສະເພາະ, ປະກອບສ່ວນນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນ ແລະ ການພັດທະນາເສດຖະກິດຂອງແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ