ຮັບປະກັນໂຄງການຫໍ ສະພາແຫ່ງຊາດຖືກ ຕ້ອງຕາມການກຳນົດ ເວລາ


ຮັບປະກັນໂຄງການຫໍ ສະພາແຫ່ງຊາດຖືກ ຕ້ອງຕາມການກຳນົດ ເວລາ - ảnh 1

ກິດຈະກຳ​ຫໍ​ສະພາ​ແຫ່ງຊາດ​ພວມ​ໄດ້​ຮັບ​ການ​ກໍ່ສ້າງ

(ພາບ: TTXVN )

(vovworld) – ຕອນ​​ເຊົ້າວັນ​ທີ​ວັນ​ທີ 4/8, ຢູ່​ຮ່​າໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີຮ່ວາງຈຸງຫາຍ, ບັນດາ​ສະມາຊິກ​ຄະນະ​ຊີ້​ນຳ​ແຫ່ງ​ລັດກ່ຽວ​ກັບ​ການ​ກໍ່ສ້າງຫໍ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ຫົວໜ່ວຍ​ກ່ຽວຂ້ອງ​ໄດ້​ໄປ​ກວດກາ, ​ເຮັດ​ວຽກ​ກັບ​ຄະນະ​ຄຸ້ມ​ຄອງ​ໂຄງການ​ລົງທຶນ​ກໍ່ສ້າງ​ຫໍ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ສະພາບ​ປະຕິບັດ​ລະດັບ​ຄວາມ​ໄວ​ຂອງ​ໂຄງການ. ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດ ຖະມົນຕີຮ່ວາງຈຸງຫາຍ​ເນັ້ນໜັກ​ວ່າ, ກິດຈະກກໍ່ສ້າງ​ຫໍ​ສະພາ​ແຫ່ງ​ຊາດ ​ແມ່ນ​ໂຄງການ​ໃຫ່ຍ, ມີ​ຄວາມ​ໝາຍ​ດ້ານ​ການ​​ເມືອງ​ສຳຄັນພິ​ເສດຂອງ​ປະ​ເທດ​ຊາດ. ​ເພື່ອ​ຮັບປະກັນ​ລະດັບ​ຄວາມ​ໄວ ​ ​ແລະ ນຳ​ກິດຈະກຳ​ເຂົ້າ​ຮັບ​ໃຊ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ຖືກຕ້ອງ​ຕາມ​ການ​ກຳນົດ​ເວລາ, ແຕ່ລະສະມາຊິກ​, ​ແຕ່​ລະ​ຫົວໜ່ວຍ, ​ແຕ່​ລະ​ນັກ​ປະມູນ​ຕ້ອງ​ຍົກ​ສູງ​ຄວາມ​ຕັດສິນ​ໃຈ ​ແລະ ກຳນົດ​ຄວາມ​ຮັບຜິດຊອບ​ຢ່າງ​ຈະ​ແຈ້ງ​ຕໍ່​ກິດຈະກຳ​ມີ​ລັນສະນະ​ສັກ​ຍາ​ລັກ​ແຫ່ງ​ຊາດ​ນີ້. ທ່ານ​ຮອງ​ນາຍົກລັດຖະມົນຕີຮ່ວາງຈຸງຫາຍ ​ໃສ່​ໃຈ​ວ່າ, ບັນດາ​ຫົວໜ່ວຍ​ຕ້ອງ​ຜັນ​ຂະຫຍາຍ​ຢ່າງ​ສຸດ​ຂີດ​ເພື່ອ​ຮັບປະກັນ​ການ​ກໍ່ສ້າງ​ກິດຈະກຳ​ຫໍ​ສະພາ​ແຫ່ງ​ຊາດ​ຖືກຕ້ອງ​ຕາມ​ການ​ກຳນົດ​ເວລາ./.

ຂ່າວ/ບົດ​ອື່ນ