ຮັບປະກັບຄວາມປອດໄພໃນການສື່ສານຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ,ສັງຄົມ

ຮັບປະກັບຄວາມປອດໄພໃນການສື່ສານຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ,ສັງຄົມ - ảnh 1
(ພາບປະກອບ)

​(vovworld) - ​ຮັບປະ​ກັບ​ຄວາມ​ປອດ​ໄພ​ໃນ​ການ​ສື່ສານ ເພື່ອຕອບ​ສະ​ໜອງ​ຄວາມ​ຮຽກຮ້ອງ​ຕ້ອງການພັດທະນາ​ເສດ​ຖະກິດ, ສັງຄົມ. ນັ້ນ​ແມ່ນ​ຈຸດປະສົງ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ​້ວຍຄວາມ​ປອດ​ໄພ​ໃນ​ການ​ສື່ສານ, ​ເຊິ່ງການ​ນຳ​ກະຊວງ​ຖະ​ແຫຼ່ງຂ່າວ ​ແລະ ສື​່ສານ ​ໄດ້ຢືນ​ຢັນວ່າ, ​ເມື່ອ​ຍື່ນ​ໃບ​ສະ​ເໜີຮ່າງ​ກົດໝາຍ​​ວ່າ​ດ​້ວຍຄວາມ​ປອດ​ໄພໃນ​ການ​ສື່ສານ ຕໍ່​ສະພາ​ແຫ່ງ​ຊາດ​ ​ໃນ​ຕອນ​ເຊົ້າ​ວັນ​ທີ 04/06. ​ໃບ​ສະ​ເໜີ​ຢັ້ນຢືນ​ວ່າ ​ເມື່ອກົດໝາຍ​​ໄດ້​ຮັບ​ການປະກາດ​ໃຊ້ ​​ໄດ້​ປະກອບສ່ວນປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ອົງການຈັດ​ຕັ້ງ, ສ່ວນ​ບຸກຄົນ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວສ່ືສານ; ຍູ້​ແຮງ​ວຽກ​ງານ​ຕິດຕາມ​ກວດກາ, ປ້ອງ​ກັນ, ຕ້ານ​ສະພາບ​ຂາດ​ຄວາມ​ປອດ​ໄພ​ໃນ​ການ​ສື່ສານ, ຮັບປະກັນ​ປະສິດ​ທິຜົນ​ວຽກ​ງານ​ປະຕິບັດ​ການ​ຄຸ້ມ​ຄອງ​ລັດ​ໃນ​ຂົງ​ເຂດ​ດັ່ງກ່າວ.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບ​ແຜນ​ນະ​ໂຍບານ​ລົງທຶນ​ກໍ່ສ້າງ​ໂຄງການກໍ່ສ້າງສະໜາມ​ບິນ​ສາກົນລອງ​ແທ່ງ. ໂຄງການກໍ່ສ້າງສະໜາມ​ບິນ​ສາກົນລອງ​ແທ່ງ ມີ​ຈຳນວນ​​ເງິນ​ລົງທຶນ 15,8 ຕື້ USD. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ສະ​ເໜີ​ຫົວໜ່ວຍຕ່າງໆ​ທີ່​ກ່ຽວ​ຂ້ອງມີ​ທິດ​ທາງ, ​ແຜນການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ໂດ​ຍ​ໄວ, ນຳ​ໃຊ້​ແຫຼ່ງທຶນ​ຢ່າງ​ມີ​ປະສິດທິ​ຜົນ, ບໍ່​ປະ​ໃຫ້​​ເກີດ​ການ​ສູນ​ເສຍ ​ແລະ ຟຸມ​ເຟືອຍ.

        ​ແລະ​ກໍ່​ໃນ​ວັນ​ທີ 04/06, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ປຶກສາ​ຫາລື​ຢູ່​ໜ່ວຍ​ກ່ຽວ​ກັບ: ຮ່າງ​ກົດໝາຍ​ວ່າ​​​ດ້ວຍສະ​ຖິຕິ (ສະບັບ​ປັບປຸງ) ​ແລະ ຮ່າງ​ກົດ​ໝາຍວ່າ​ດ້ວຍ​ດຳ​ເນີນ​ຄະດີ​ບໍລິຫານ (ສະບັບ​ປັບປຸງ).

ຂ່າວ/ບົດ​ອື່ນ