ຮັບປະກັບຄວາມໝັ້ນຄົງ, ຄວາມປອດໄພການບິນແມ່ນໜ້າທີ່ສຳຄັນພິເສດ

(VOVWORLD) - ຕອນບ່າຍວັນທີ 09 ມັງກອນ, ທີ່ສຳນັກງານລັດຖະບານ ຫວຽດນາມ, ໄດ້ດຳເນີນກອງປະຊຸມ “ສະຫລຸບວຽກງານປີ 2018, ກຳນົດທິດທາງ, ໜ້າທີ່ປີ 2019 ຂອງຄະນະກຳມະການຄວາມໝັ້ນຄົງການບິນພົນລະເຮືອນແຫ່ງຊາດ”. 
ຮັບປະກັບຄວາມໝັ້ນຄົງ, ຄວາມປອດໄພການບິນແມ່ນໜ້າທີ່ສຳຄັນພິເສດ - ảnh 1 ທີ່ກອງປະຊຸມ (ພາບ: TTXVN)

ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ເຈືອງຮ່ວາບີງ ໄດ້ເຂົ້າຮ່ວມກອງປະຊຸມ. ຕາມບົດລາຍງານຢູ່ກອງປະຊຸມ, ປີ 2018 ການຂົນສົ່ງຜູ້ໂດຍສານຂອງບັນດາບໍລິສັດການບິນ ຫວຽດນາມ ບັນລຸໄດ້ 50 ລ້ານເທື່ອຄົນ, ເພີ່ມຂຶ້ນ 26% ເມື່ອທຽບໃສ່ປີ 2017. ປັດຈຸບັນ, ຕະຫລາດການບິນ ຫວຽດນາມ ມີການເຂົ້າຮ່ວມຂຸດຄົ້ນຂອງ 68 ບໍລິສັດການບິນຕ່າງປະເທດທີ່ມາຈາກ 25 ປະເທດ, ເຂດແຄ້ວນ. ທີ່ຕະຫລາດສາກົນ, 68 ບໍລິສັດການບິນຕ່າງປະເທດ ແລະ 3 ບໍລິສັດການບິນ ຫວຽດນາມ ພວມຂຸດຄົ້ນສາຍການບິນສາກົນເກືອບ 130 ສາຍລະຫວ່າງ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ດ່າໜັງ, ຍາຈາງ, ຝູກວັກ, ຫາຍຟ່ອງ ແລະ 28 ປະເທດ ແລະ ເຂດແຄ້ວນ.

        ເພື່ອຮັບປະກັນຄວາມປອດໄພການບິນໃນປີ 2019 ແລະ ຊຸມປີຕໍ່ໄປຢ່າງເດັດຂາດນັ້ນ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ເຈືອງຮ່ວາບີງ ຮຽກຮ້ອງໃຫ້ຄະນະກຳມະການຄວາມໝັ້ນຄົງການບິນພົນລະເຮືອນແຫ່ງຊາດກຳນົດແຈ້ງໜ້າທີ່ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພການບິນ ແມ່ນໜ້າທີ່ເປັນຕາຍ, ແມ່ນພາກສ່ວນສຳຄັນພິເສດໃນວຽກງານຮັບປະກັນຄວາມໝັ້ນຄົງແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ