ຮັບວັກຊິນ AstraZeneca ກັນໂຄວິດ-19 ຈຳນວນ 2,6 ລ້ານໂດສ ໂດຍລັດຖະບານເຢຍລະມັນອຸປະຖຳໃຫ້ແກ່ຫວຽດນາມ

(VOVWORLD) -ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດພິທີຮັບວັກຊິນ Astra Zeneca ກັນໂຄວິດ-19 ຈຳນວນ 2,6 ລ້ານໂດສ ໂດຍລັດຖະບານສະຫະພັນ ເຢຍລະມັນ ອຸປະຖຳໃຫ້ແກ່ ຫວຽດນາມ.
ຮັບວັກຊິນ AstraZeneca ກັນໂຄວິດ-19 ຈຳນວນ 2,6 ລ້ານໂດສ ໂດຍລັດຖະບານເຢຍລະມັນອຸປະຖຳໃຫ້ແກ່ຫວຽດນາມ - ảnh 1ພິທີຮັບວັກຊິນ Astra Zeneca
(ພາບ: ກະຊວງການຕ່າງປະເທດຫວຽດນາມ)

ວັນທີ 27 ກັນຍາ, ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດພິທີຮັບວັກຊິນ Astra Zeneca ກັນໂຄວິດ-19 ຈຳນວນ 2,6 ລ້ານໂດສ ໂດຍລັດຖະບານສະຫະພັນ ເຢຍລະມັນ ອຸປະຖຳໃຫ້ແກ່ ຫວຽດນາມ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໂຕແອັງຢຸງ ໄດ້ສະແດງຄວາມຂອບໃຈ ແລະ ປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ ເຢຍລະມັນ ຈະສືບຕໍ່ເປັນເສນາທິການ, ສະເໜີຕໍ່ລັດຖະບານ ເຢຍລະມັນ ໜູນຊ່ວຍດ້ານການແພດໃຫ້ແກ່ຫວຽດນາມ, ພິເສດແມ່ນສ້າງຄວາມສະດວກໃຫ້ແກ່ການສຳຜັດກັບແຫຼ່ງສະໜອງວັກຊິນ, ເຄື່ອງອຸປະກອນການແພດ ແລະ ຮ່ວມມືກັນໃນການຜະລິດວັກຊິນ ແລະ ຢາປິ່ນປົວວັກຊິນກັນໂຄວິດ-19.

        ສ່ວນທ່ານເອກອັກຄະລັດຖະທູດ ເຢຍລະມັນ Guido Hildner ຢືນຢັນວ່າ, ເຢຍລະມັນ ສືບຕໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການແກ້ໄຂບັນດາສິ່ງທ້າທາຍຂອງໂລກລະບາດໂຄວິດ-19. ທ່ານສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈ ແລະ ບັນດາມາດຕະການຢ່າງແຮງຂອງລັດຖະບານ ຫວຽດນາມ, ຈະຍູ້ໂລກລະບາດໃຫ້ຖອຍໄປ ແລະ ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການແລກປ່ຽນດ້ານເສດຖະກິດ, ທ່ອງທ່ຽວ… ລະຫວ່າງ ຫວຽດນາມ ແລະ ເຢຍລະມັນ ຈະໄດ້ຮັບການຟື້ນຟູໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ