ຮັບຮູ້ບັນດາກາລະໂອກາດ, ສິ່ງທ້າທາຍໃນການພັດທະນາເສດຖະກິດສະຫະກອນຢູ່ຫວຽດນາມ

(VOVWORLD) -    ເວທີປາໄສ ເສດຖະກິດແບບຮ່ວມມືສະຫະກອນ ປີ 2019  ດ້ວຍຫົວຂໍ້ “ກາລະໂອກາດ ແລະ ສິ່ງທ້າທາຍພັດທະນາເສດຖະກິດແບບຮ່ວມມື ສະຫະກອນ” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 14 ຕຸລາ ຢູ່ຮ່າໂນ້ຍ.
ຮັບຮູ້ບັນດາກາລະໂອກາດ, ສິ່ງທ້າທາຍໃນການພັດທະນາເສດຖະກິດສະຫະກອນຢູ່ຫວຽດນາມ - ảnh 1ເວທີປາໄສ ເສດຖະກິດແບບຮ່ວມມືສະຫະກອນ ປີ 2019  ດ້ວຍຫົວຂໍ້ “ກາລະໂອກາດ ແລະ ສິ່ງທ້າທາຍພັດທະນາເສດຖະກິດແບບຮ່ວມມື ສະຫະກອນ” 

        ປັດຈຸບັນ, ຫວຽດນາມ ມີສະຫະກອນຜະລິດເກືອບ 24.000 ແຫ່ງ, ອັນໄດ້ດຶງດູດສະມາຊິກເຂົ້າຮ່ວມເກືອບ 6 ລ້ານຄົນ. ເສດຖະກິດແບບຮ່ວມມື, ສະຫະກອນ ໄດ້ຮັບການຢັ້ງຢືນວ່າ ແມ່ນພາກສ່ວນທີ່ຂາດບໍ່ໄດ້ໃນພື້ນຖານເສດຖະກິດ, ປະກອບສ່ວນ 10% GDP ຂອງຫວຽດນາມ. ກ່າວຄໍາເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ຖືວ່າ: ສະຫະກອນ ຄວນສວມບົດບາດຕັ້ງໜ້າ, ເຊື່ອມຕໍ່ ແລະ ເປີດກວ້າງການຮ່ວມມື, ສ້າງເງື່ອນໄຂເພື່ອຜູກຮັດຢ່າງແໜ້ນແຟ້ນລະຫວ່າງເສດຖະກິດສະມາຊິກ ແລະ ບັນດາອົງການຈັດຕັ້ງອື່ນໆ ເພື່ອແນໃສ່ຍົກສູງລະບົບມູນຄ່າ, ເປີດກວ້າງຂອບຂະໜາດການຜະລິດ, ຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດພາຍໃນ ແລະ ສາກົນ. ຢືນຢູ່ຕໍ່ໜ້າກາລະໂອກາດ ກໍຄື ສິ່ງທ້າທາຍຫຼາຍຢ່າງ ໃນວິວັດການເຊື່ອມໂຍງນັບມື້ນັບເລິກເຊິ່ງກວ້າງຂວາງນັ້ນ, ບັນດາສະຫະກອນ ຕ້ອງມີການປ່ຽນແປງໃໝ່ ແລະ ພັດທະນາຢ່າງແຮງກວ່າອີກ.

        “ໃນເສດຖະກິດລວມໝູ່ ສູນກາງພັກ ໄດ້ກໍານົດວ່າ ສະຫະກອນແມ່ນກໍາລັງຫຼັກແຫຼ່ງແກ່ນສານ. ເປົ້າໝາຍທີ່ໜຶ່ງ, ແມ່ນນໍາເສດຖະກິດລວມໝູ່ ຫຼຸດພົ້ນອອກຈາກສະພາບອ່ອນດ້ອຍທີ່ແກ່ຍາວມາແຕ່ດົນນານ. ທີສອງແມ່ນສູ້ຊົນບັນລຸລະດັບການເຕີບໂຕສູງກວ່າ ແລະ ມຸ່ງໄປເຖິງເປົ້າໝາຍ ນັບມື້ນັບມີອັດຕາສ່ວນຫຼາຍກວ່າໃນ ລວມຍອດ GDP ຂອງພື້ນຖານເສດຖະກິດ. ຂ້າພະເຈົ້າຫວັງຢ່າງຍິງວ່າ ເວທີປາໄສນີ້ ຈະຖືກຈັດຕັ້ງໃນທຸກປີ,  ແຕ່ລະປີໃຫ້ສຸມໃສ່ໜຶ່ງຫວົຂໍ້ໃຫຍ່ ເພື່ອໃຫ້ບັນດາສະຫະກອນ ແລະ ລັດ ພ້ອມກັນແກ້ໄຂຄວາມຫຍຸ້ງຍາກເທື່ອລະກ້າວ. ຈາກນັ້ນ, ນໍາພື້ນຖານເສດຖະກິດລວມໝູ່, ໂດຍຫຼັກແຫຼ່ງແມ່ນ ສະຫະກອນ ພັດທະນາ, ນໍາມາເຊິ່ງປະສິດທິຜົນໃຫ້ສົມກັບຄວາມຮຽກຮ້ອງຕ້ອງການ ແລະ ທີ່ຕັ້ງບົດບາດຂອງ ສະຫະກອນ ໃນພື້ນຖານເສດຖະກິດການຕະຫຼາດ ຕາມກໍານົດທິດສັງຄົມນິຍົມຂອງຫວຽດນາມ”. 

ຕອບກັບ

ຂ່າວ/ບົດ​ອື່ນ