ຮັບຮູ້ຫຼາຍບັນຫາທີ່ຜູ້ມີສິດເລືອກຕັ້ງສົນໃຈ

ຮັບຮູ້ຫຼາຍບັນຫາທີ່ຜູ້ມີສິດເລືອກຕັ້ງສົນໃຈ - ảnh 1
(ພາບປະກອບ: baohaiquan.vn)

(vovworld) – ​ເພື່ອ​ກະກຽມ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 9,​ ສະພາ​ແຫ່ງ​ຊາດ​ຫວຽດນາມຊຸດ​ທີ 13, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ບັນດາ​ແຂວງ,​ ນະຄອນ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ​ຮັບ​​ເອົາ​ບັນດາ​ຄວາມ​ເຫັນ, ການປະກອນ​ສ່ວນທີ່​ມີຄວາມ​ຮັບຜິດຊອບ ​ແລະ ບັນດາ​ຂໍ້​ສະ​ເໜີ​ແນະ​ກ່ຽວກັບ​ເສດຖະກິດ-​ສັງຄົມ ​ເຊິ່ງຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ສົນ​ໃຈ. ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ຕວຽນ​ກວາງ ​ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່ 9 ສະຖານ​ທີ່ ​ແລະ ປະກາດກ່ຽວ​ກັບ​ຮ່າງ​ເນື້ອ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນຄັ້ງ​ຈະ​ມາ​ເຖິງ. ທີ່​ການ​ພົບ​ປະ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ ຕວຽນ​ກວາງ ​ໄດ້​ຍົກ​ອອກ​ຫຼາຍ​ຄວາມ​ເຫັນ,​ ຂໍ້​ສະ​ເໜີ​ແນະ ​ແລະ ປາດ​ຖະໜາ​ວ່າ ສະພາ​ແຫ່ງ​ຊາດ ​ແລະ ບັນດາອົງການທີ່​ມີໜ້າ​ທີ່​ຮັບຜິດຊອບຄວນເອົາ​ໃຈ​ໃສ່​ຍົກ​ສູງ​ການ​ດຳລົງ​ຊີວິດ​ຂອງ​ພໍ່​ແມ່​ປະຊາຊົນຢູ່​ເຂດ​ຕັ້ງຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່; ຍົກ​ສູງ​ຄຸນ​ນະພາ​ບການກວດປິ່ນ​ປົວ​ພະຍາດ​ຢູ່​ຂັ້ນ​ຮາກ​ຖານ, ລົງທຶນ​ຜະລິດ​ກະສິກຳ, ຊອກ​ສົ້ນ​ອອກ​ຈຳໜ່າຍ​ຜະລິດ​ຕະພັນ​ກະ​ເສດ…ນອກ​ນັ້ນ, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ກວາງ​ນາມ, ຟຸອຽນ ​ແລະ ບີ່​ງ​ເຢືອງ ກໍ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ.​ ທີ່​ການ​ພົບ​ປະ​ຕ່າງໆ, ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ບັນດາ​ແຂວງ​ເຫຼົ່າ​ນັ້ນ​ໄດ້​ປະກອບ​ຄຳ​ເຫັນ​ຫຼາຍຢ່າງ ກ່ຽວ​ກັບ​ວຽກ​ງານ​ສ້າງ​ຮ່າງ​ກົດໝາຍ​ສະບັບ​ຕ່າງໆ.

ຂ່າວ/ບົດ​ອື່ນ