ຮັບ​ຮອງ​ເອົາ​ບັນ​ຊີ​ລາຍ​ຊື່ 205 ທ່ານ ຢູ່​ຂັ້ນ​ສູນ​ກາງ ທີ່​ອອກ​ສະ​ໝັກ​ເລ​ືອກ​ຕັ້ງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV

(VOVWORLD) - ບັນຊີລາຍຊື່ 205 ທ່ານ ຢູ່ຂັ້ນສູນກາງ ທີ່ອອກສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ XV  ລ້ວນແຕ່ໄດ້ຮັບຄວາມໄວ້ວາງໃຈສະເໜີຈາກ 100% ຜູ້ມີສິດເລືອກຕັ້ງ.
ຮັບ​ຮອງ​ເອົາ​ບັນ​ຊີ​ລາຍ​ຊື່ 205 ທ່ານ ຢູ່​ຂັ້ນ​ສູນ​ກາງ ທີ່​ອອກ​ສະ​ໝັກ​ເລ​ືອກ​ຕັ້ງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV - ảnh 1ກອງປະຊຸມປຶກສາຫາລື ຄັ້ງທີ 2 (ພາບ: baochinhphu.vn)
ໃນກອງປະຊຸມປຶກສາຫາລື ຄັ້ງທີ 2 ໂດຍຄະນະປະທານ ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ຈັດຂຶ້ນ ໃນຕອນເຊົ້າວັນທີ 18 ມີນາ, ບັນຊີລາຍຊື່ 205 ທ່ານ ຢູ່ຂັ້ນສູນກາງ ທີ່ອອກສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ XV  ລ້ວນແຕ່ໄດ້ຮັບຄວາມໄວ້ວາງໃຈສະເໜີຈາກ 100% ຜູ້ມີສິດເລືອກຕັ້ງ.

        ພາຍຫຼັງກອງປະຊຸມປຶກສາຫາລືຄັ້ງທີ 2 ນີ້, ຄະນະປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈະສົ່ງບົດບັນທຶກບັນຊີລາຍຊື່ບຸກຄົນທີ່ຂຶ້ນກັບບັນດາອົງການ, ອົງການຈັດຕັ້ງ, ຫົວໜ່ວຍ ຢູ່ຂັ້ນສູນກາງ ທີ່ໄດ້ອອກສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ໄປຍັງ ສະພາເລືອກຕັ້ງແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ.


 

ຕອບກັບ

ຂ່າວ/ບົດ​ອື່ນ